ໄຟຟ້າລາວ ເປີດນໍາໃຊ້ສາຍດ່ວນ 1199 ແລະ EDL mobile Application

ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ, ນະຄອນຫຼວງວຽງຈັນ ໄດ້ມີການຈັດພິທີເປີດການນຳໃຊ້ ສາຍດ່ວນລັດວິສາຫະກິດໄຟຟ້າລາວ ( CALL Center 1199 ) ແລະ EDL mobile Application

ໂດຍການເປັນປະທານຂອງ ທ່ານ ປອ. ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີທ່ານ ປອ. ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ,
ທ່ານ ວິຈິດ ຊິນດາວົງ ປະທານສະພາບໍລິຫານ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈຳກັດ (Sysmatik IT Solution Co.,Ltd) ພ້ອມດ້ວຍຄະນະອຳນວຍການ, ຄະນະຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ( CALLCenter 1199 ) ເປັນໂຄງການຮ່ວມມືກັນລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັນ ຈຳກັດ ເພື່ອພັດທະນາ ແລະ ປັບປຸງລະບົບ CALL Center ແລະ EDL mobile Application ຂອງ ຟຟລ ໃຫ້ທຽບເທົ່າກັບລະບົບທີ່ທັນສະໄໝໃຫ້ທຽບເທົ່າກັບສາກົນ,
ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ມີສູນກາງຕັ້ງຢູ່ສຳນັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ເພື່ອພັດທະນາລະບົບສາຍດ່ວນທີ່ມີຢູ່ໃນປະຈຸບັນຈາກ 10 ຄູ່ສາຍທີ່ມີຢູ່ໃນປະຈຸບັນມາເປັນ 30 ຄູ່ສາຍ ເພື່ອຮອງຮັບການແຈ້ງເຫດກ່ຽວກັບໄຟຟ້າ ຕະຫລອດ 24 ຊົ່ວໂມງ ແລະ ການສົ່ງວຽກ, ລາຍງານວຽກ ເພື່ອແກ້ໄຂວຽກງານພາກສະໜາມແບບອອນລາຍ.

ນອກນັ້ນ, ຍັງໄດ້ພັດທະນາລະບົບ EDL mobile Application ໄປຄຽງຄູ່ກັນເພື່ອຕອບສະໜອງເຊື່ອມຕໍ່ກັບລະບົບ Call Center Server ຂອງ ຟຟລ ເພື່ອໃຫ້ບໍລິການແກ່ລູກຄ້າຂອງ ຟຟລ ໂດຍສະເພາະແມ່ນຂໍ້ມູນການຊົມໃຊ້ໄຟຟ້າແບບ Automatic ເຊັ່ນ:
ການກວດເບິ່ງປະຫວັດການຊົມໃຊ້ໄຟຟ້າ, ການສໍາລະເງິນຄ່າກະແສໄຟຟ້າ, ການແຈ້ງເຫດໄຟຟ້າຂັດຂ້ອງ, ແຈ້ງການມອດໄຟ, ຂໍ້ມູນຂ່າວສານກ່ຽວກັບໄຟຟ້າ, ການຂໍຊົມໃຊ້ໄຟຟ້າໃໝ່ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ແລະ ໃນອານາຄົດທັງສອງອົງກອນ ແມ່ນຈະໄດ້ສືບຕໍ່ພັດທະນາລະບົບຮ່ວມກັນໃຫ້ກວມເອົາທຸກສາຂາໃນທົ່ວປະເທດ.
