ຂ່າວຕ່າງປະເທດຂ່າວທົ່ວໄປ

❄️❄️ ຫວຽດນາມ 🇻🇳🇻🇳ຫິມະຕົກ ປັບຕົວບໍ່ທັນເກີດອຸບັດເຫດ ແລະ ມີສັດລົ້ມຕາຍ ຈາກອາກາດໜາວເຢັນ

ແຂວງລາວກາຍ ( Lào Cai) ຢູ່ທິດຕາເວັນຕົກສ່ຽງເໜືອຂອງ ສສ ຫວຽດນາມ ເຂດພູສູງຫິມະຕົກ ເຊິ່່ງເລີ່ມຕົກແຕ່ວັນທີ 11 ມັງກອນ 2021 ຜ່ານມາ.

ເຊົ້າວັນນີ້ ຫິມະສະສົມໜາ 10 ຊັງຕີແມັດ, ລົດຂຶ້ນພູເກີດອຸບັດເຫດຫຼາຍຄັ້ງເນື່ອງຈາກເສັ້ນທາງມື່ນ, ມີສັດເຊັ່ນ: ງົວ,​ຄວາຍ ເລີ່ມລົ້ມຕາຍຈາການປັບຕົວບໍ່ທັນ ລວມທັງພືດຜັກກໍ່ໄດ້ຮັບຄວາມເສຍຫາຍຈາກຫິມະ.

ຄາດວ່າຫິມະຈະຕົກ ແລະ ອາກາດໜາວເຢັນຫຼາຍ ຕະຫຼອດອາທິດນີ້ ອຸນຫະພູມຕໍ່າສຸດ 3 ຫາ -3 ອົງສາ ບາງເຂດມີຝົນຕົກທີ່ຫວຽດນາມ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button