ຂ່າວທົ່ວໄປ
ເກີດເຫດ!ລົດບັນທຸກຕຳກັບລົດບັນທຸກເສັ້ນທາງ450(ມີຜູ້ບາດເຈັບຕິດພາຍໃນລົດ 1 ຄົນ)

ວັນທີ12/01/2021ເວລາ 10:24 ໂມງ.ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດບັນທຸກຕຳກັບລົດບັນທຸກ(ມີຜູ້ບາດເຈັບຕິດພາຍໃນລົດບໍ່ສາມາດອອກມາໄດ້ 1ຄົນ).

ຈຸດເກີດເຫດແມ່ນເສັ້ນທາງ450(ເຂດບ້ານດົງໂພນແຮ່)ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1ຄົນ:

ເພດຊາຍ ອາຍຸ 19 ປີ ອາຊີບກຳມະກອນ ບ້ານຊຳເກດ ເມືອງໄຊທານີ ນະຄອນຫລວງວຽງຈັນ.ອາການເບື້ອງຕົ້ນແມ່ນຫົວແຕກ,ບາດເປີດຢູ່ຂາເບື້ອງຊ້າຍແລະກະທົບທ້ອງ.

ດັ່ງນັ້ນທາງຫນ່ວຍກູ້ໄພມູນນິທິ1623ຈຶ່ງໄດ້ໃຊ້ອຸປະກອນຕັດງັດຕັດລົດເພື່ອເອົາຄົນເຈັບອອກມາ ໃຊ້ເວລາປະມານ 20 ນາທີ ຈຶ່ງສາມາດນຳເອົາຄົນເຈັບອອກຈາກລົດໄດ້ແລະໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ.

