ຄຳເຕືອນຈາກຜູ້ຊ່ຽວຊານຂອງ ສ.ເກົາຫຼິ ເຖິງອັນຕະລາຍ ຂອງການໃຊ້ເຄື່ອງປັບອາກາດ(ແອ) ໂດຍສະເພາະເມື່ອເຮົາປັບອຸນຫະພູມຕໍ່າກວ່າອາກາດພາຍນອກ ຫຼາຍເກີນໄປກໍ່ຈະກາຍເປັນສາເຫດເຮັດໃຫ້ເກີດອາການເຈັບໄຂ້ ຫຼາຍໂລກພະຍາດເກີນຂື້ນໄດ້ໄດ້.

ຜົນການສຳຫຼວດພົບວ່າ: ໃນ ສ.ເກົາຫຼີ ການເປີດແອໃນສຳນັກງານ ຫຼື ສະຖານທີ່ລົດໄຟໃຕ້ດິນ ມັກຈະປັບໃຫ້ຕໍ່າກວ່າອຸນຫະພູມພາຍນອກຫຼາຍເຖິງ 10 ອົງສາ ຊຶ່ງນັ້ນກໍ່ເຮັດໃຫ້ເກີດອາການທີ່ ເອີ້ນວ່າ:

Air Conditioninggitis” ຊຶ່ງເກີດຈາກຮ່າງກາຍບໍ່ສາມາດປັບໃຫ້ເຂົ້າກັບອຸນຫະພູມ ທີ່ແຕກຕ່າງກັນຫຼາຍໄດ້ເຮັດໃຫ້ ເກີດອາການທີ່ຄ້າຍເປັນຫວັດອ່ອນເພຍຊຳເຮື້ອ, ເຈັບຫົວ ຫຼື

ເກີດບັນຫາການຍ່ອຍອາຫານໄດ້ການຂາດການລະບາຍອາກາດກໍ່ ເຮັດໃຫ້ເກີດອາການຄ້າຍຄຽງກັນ ຫຼື ການອັດຫ້ອງແໜ້ນໜາເກີນໄປເພື່ອຮັກສາຄວາມເຢັນກໍອາດກາຍເປັນແຫຼ່ງເພາະ

ເຊື້ອໂລກ ເຮັດໃຫ້ເກີດອາການເຈັບຫົວ, ໄອ, ຄໍແຫ້ງ ຫຼື ຄໍອັກເສບ ແລະຕິດເຊື້ອພະຍາດ, ການໃຊ້ແອຍັງຫຼຸດຄວາມຊຸ່ມພາຍ ໃນຫ້ອງເຮັດໃຫ້ເກີດອາການ ລະຄາຍເຄື່ອງຕໍ່ເຍື່ອຫຸ້ມເຊລ ຫຼື

ເຮັດໃຫ້ເກີດອາການຕາແຫ້ງດ້ວຍ ທາງແກ້ທີ່ດີຄືຜູ້ຊ່ຽວຊານແນະນຳ ກໍ່ຄືຄວນປັບແອບໍ່ໃຫ້ອຸນຫະພູມ ຕໍ່າກວ່າອຸນຫະພູມພາຍນອກເກີນ 5 ອົງສາເຊ ແລະ

ຄວນລະບາຍອາກາດອອກໄປທຸກໆສອງຊົ່ວໂມງຄົນທີ່ຮູ້ສຶກບໍ່ຄ່ອຍສະບາຍເມື່ອຢູ່ໃນຫ້ອງແອກໍຄວນໃສ່ເສື້ອຜ້າທີ່ ໃຫ້ຄວາມອົບອຸ່ນ ຫຼື ຖ້າປັດສະຈາກບໍ່ໄດ້ກໍຄວນໝັ່ນລຸກໝັ່ນຍ່າງ ເລື້ອຍໆ.