ສາລະໜ້າຮູ້

5 ​ຂໍ້​ຄິດດີໆ ສຳລັບຄູ່ຮັກ ​ທີ່​ຈະໃຊ້ຊີວິດຢູ່ຮ່ວມກັນຕະຫຼອດ​ໄປ ສຶກ​ສາ​ໄວ້​ກ່ອນ​ຈະ​ຕັດ​ສິນ​ໃຈ

5 ສິ່ງດີໆ ສຳລັບຄູ່ຮັກ ທີ່ໄດ້ໃຊ້ຊີວິດຢູ່ຮ່ວມກັນຍ້ອນວ່າ ບາງເທື່ອແມ່ຍິງ ກໍ່ມັກໃຊ້ຄວາມຮູ້ສຶກຫຼາຍກ່ອນການໃຊ້ເຫດຜົນ, ສະນັ້ນ ຈຶ່ງຢາກມີແຟນທີ່ເປັນຄົນໃຈເຢັນ ສາມາດອົດທົນໄດ້ ແລະມີເຫດຜົນ ເປັນຜູ້ໃຫຍ່ພໍທີ່ຈະສາມາດເອົາຊະນະລາວໄດ້ ຊ່ວຍຊີ້ນຳທິດທາງທີ່ດີໃຫ້ກັບລາວໄດ້ ອັນ​ນີ້​ຜູ້​ຊາຍ​ຄວນ​ອ່ານ

1 ເປັນເພື່ອນ ແລະເປັນທີ່ປຶກສາ ໃນເວລາມີບັນຫາຕ່າງໆ ເຖິງແມ່ນວ່າຜູ້ຍິງຈະມີຈິດໃຈທີ່ເຂັມແຂງຊໍ່າໃດ ຫລືມີຄວາມຫມຸ້ງມານະຫລາຍເທົ່າໃດກໍຕາມ? ແຕ່ກໍ່ຍັງມີຄວາມຕ້ອງການຜູ້ທີ່ຈະສາມາດໃຫ້ຄຳແນະນຳ ແລະຊ່ວຍລາວໃນເວລາທີ່ລາວມີບັນຫາ, ລາວຍັງຕ້ອງການຄົນທີ່ຈະຊ່ວຍລາວຕັດສິນໃຈ. ໃນສະຖານະການທີ່ລາວບໍ່ສາມາດຕັດສິນໃຈເຮັດເອງໄດ້, ດັ່ງນັ້ນ ຜູ້ບ່າວ ທີ່ມີຄວາມເປັນຜູ້ນຳສາມາດເປັນເພື່ອນທີ່ປຶກສາໄດ້ ແລະມີຄວາມໜ້າເຊື່ອຖືໄດ້, ແນວນັ້ນມັນຈະເປັນສິ່ງທີ່ໜ້າ ສົນໃຈ ແລະລາວຈະມີຮູ້ສຶກຕົກຫລົງຮັກເປັນພິເສດ.ຄວາມຮັກ ແລະຄວາມຫ່ວງໃຍຂອງເຈົ້າຈະເປັນໂຕບົງບອກເຖິງການເອົາຊະນະໃຈຂອງຄົນ ທີ່ທ່ານຮັກໄດ້

2 ເປັນຜູ້ຟັງທີ່ດີ ສ່ວນຫຼາຍຜູ້ຍິງແມ່ນເປັນຄົນມັກເວົ້າຫຼາຍ, ລວມທັງການຈົ່ມລະບາຍຄວາມຮູ້ສຶກ ສະນັ້ນ, ຊາຍໜຸ່ມ ຜູ້ທີ່ມີຄຸນສົມບັດໃນການເປັນຜູ້ຟັງທີ່ດີ. ມັນຈຶ່ງເປັນເປົ້າໝາຍຂອງແມ່ຍິງ. ເພາະວ່າພວກເຂົາຈະຮູ້ສຶກແບບນັ້ນ ບໍ່ວ່າຈະເປັນສະຖານະການໃດ ກໍຈະມີຄົນຢູ່ຄຽງຂ້າງລາວສະເໝີ.

3 ມີເວລາໃຫ້ລາວ ແມ່ຍິງແມ່ນມັກເວົ້າການລົມຫລາຍກ່ອນຜູ້ຊາຍ. ລາວຢາກເວົ້າຢາກລົມນຳເຈົ້າ ຢາກໃຊ້ເວລາຢູ່ກັບເຈົ້າ ຖ້າເຈົ້າມີເວລາໃຫ້ກັບລາວ ໂທຫາລາວເລື້ອຍໆ, ພາລາວໄປກິນເຂົ້າ, ເບິ່ງຫນັງ, ຟັງເພັງ. ໃຫ້ມີເວລາຢູ່ກັບລາວຫຼາຍໆ ລາວຈະຮູ້ສຶກວ່າລາວເປັນຄົນສຳຄັນຂອງເຈົ້າ ແລະຮັກເຈົ້າຫລາຍຂື້ນ

4 ເຮັດໃຫ້ລາວຮູ້ສຶກ ໝັ້ນໃຈ ອຸ່ນໃຈ ຖ້າທ່ານສາມາດເຮັດໃຫ້ລາວຮູ້ສຶກສະບາຍໃຈ ທຸກໆຄັ້ງທີ່ມີເຈົ້າຢູ່ນຳ ແບບນັ້ນ ຖືວ່າປະສົບຜົນ ສຳເລັດ ເພາະວ່າລາວໄດ້ໃຫ້ຄວາມໄວວາງໃຈ ແລະໝັ້ນໃຈໃນຕົວທ່ານແລ້ວ ມັນເປັນສິ່ງສຳຄັນທີ່ຈະເຮັດໃຫ້ລາວຮູ້ສຶກແບບນີ້. ຄືມີເຈົ້າຢູ່ຄຽງຂ້າງລາວ ບໍ່ວ່າລາວຈະຮູ້ສຶກອຸກອັງໃຈຫລາຍປານໃດ, ຖ້າໄດ້ຟັງລາວລະບາຍຄວາມຮູ້ສຶກນັ້ນ, ໃຫ້ຊ່ວຍຟັງລາວ ແລະໃຫ້ຄວາມຊ່ວຍເຫລືອລາວ.

5 ເບິ່ງແຍງລາວເອົາໃຈໃສ່ລາວຫລາຍໆ. ການດູແລແມ່ນບາງສິ່ງບາງຢ່າງທີ່ບໍ່ຄວນປ່ອຍປະລະເລີຍໄດ້ ຍ້ອນການເປັນແຟນກັນ. ລາວອາດຈະຄາດຫວັງ ວ່າລາວຈະເປັນເຈົ້າສາວຂອງຄົນທີ່ລາວຮັກສະເໝີ ທ່ານຕ້ອງດູແລ ແລະເຮັດໃຫ້ລາວຮູ້ສຶກ ວ່າລາວເປັນຄົນພິເສດ ຢູ່ຕະຫລອດ ນັ້ນຈະເຮັດໃຫ້ລາວຕົກຫລົງຮັກກັບທ່ານນັບມື້ນັບຫຼາຍຂື້ນ.ນອກ​ຈາກ​ທີ່​ວ່າ​ມາ ຜູ້​ຊາຍ​ເອງ​ກໍ​ຕ້ອງ​ການ​ແບບ​ນີ້​ຄື​ກັນ​ເດີ້ ຮັກ​ກັນ ເຂົ້າ​ໃຈ​ກັນ ດູ​ແລ ໃຫ້​ອາ​ໄພ ເຊື່ອ​ໃຈ​ກັນ ໝັ້ນ​ຄົງ​ແນ່ນອນ ລວມ​ທັງ​ການ​ຊ່ວຍ​ເຫຼືອ​ວຽກ​ງານດ ວຽກ​ເຮືອນ ຫາ​ເງິນ​ຄຳ​ຊ່ວຍ​ກັ​ນ​ເດີ້

Related Articles

Leave a Reply

Your email address will not be published. Required fields are marked *

Back to top button