chiangmainews ເຜີຍວ່າ ເມື່ອເຮົາຮັບປະທານອາຫານແລ້ວໆ ເກີດອາການເຈັບທ້ອງຖ່າຍທັນທີ! ນັ້ນມີຄວາມສ່ຽງເປັນພະຍາດໃນລໍໄສ້

ຖ້າທ່ານກິນແລ້ວຮູ້ສຶກອຶດອັດທ້ອງ ທ້ອງເບັງຄືກັບມີອາຍແກັສໃນກະເພາະອາຫານ, ຮູ້ສຶກບໍ່ສະບາຍ ຢາກຂັບຖ່າຍທັນທີຫລັງຈາກກິນເຂົ້າ ນັ້ນສະແດງວ່າເຮົາອາດມີການຕິດເຊື້ອໃນ ລຳໄສ້ ️ ມີຄວາມຜິດປົກກະຕິຂອງເຊື້ອແບັກທີເຣັຍໃນລະບົບຍ່ອຍອາຫານ ຫຼືເກີດຈາກການກິນອາຫານບາງຢ່າງທີ່ກິນຫຼາຍເກີນໄປ ລະວັງ ແລະ ສັງເກດຕົນເອງດີໆເດີ້

ສຳລັບວິທີການຮັກສາຂັ້ນເບື້ອງຕົ້ນແມ່ນ ໃຫ້ຫລີກລ້ຽງອາຫານທີ່ມັນ ແລະ ມີໄຂມັນສູງ. ຖ້າພົບວ່າມີອາການຮຸນແຮງ ທົນເຈັບບໍ່ໄດ້ ແນະນຳໃຫ້ໄປພົບແພດທັນທີເດີ້
