ສາລະໜ້າຮູ້

ບໍ່ນ້ຳສັກສິດນາງຜົມຫອມ ທີ່ເມືອງລັບແລອາລັນຣົດຈະນາ

ບໍ່ນ້ຳໜ້າອັດສະຈັນແຫ່ງນີ້ ເປັນນ້ຳອອກບໍ່ ທີ່ຕັ້ງຢູ່ໃນໝູ່ບ້ານກາງພູເຂົາທີ່ຊື່ວ່າ ອາລັນຣົດຈະນາ ຫຼືຊື່ທາງການແມ່ນແມ່ນບ້ານນາກະຕຶບ ເມືອງຄູນຄຳ ແຂວງຄຳມ່ວນ.

ໝູ່ບ້ານແຫ່ງນີ້ໄດ້ຮັບສາຍາວ່າ ເປັນໝູ່ບ້ານລັບແລ ເພາະເປັນໝູ່ບ້ານທີ່ຕັດຂາດຈາກໂລກພາຍນອກ ຕັ້ງຢູ່ໃນປ່າກາງພູເຂົາ ແລະມີທາງເຂົ້າທາງດຽວຄືຕ້ອງເຂົ້າທາງປາກຖ້ຳກາງປ່າເທົ່ານັ້ນ.

ໝູ່ບ້ານແຫ່ງນີ້ມີບັນຍາກາດທີ່ງຽບສະຫງົບ ບໍ່ມີສັນຍານໂທລະສັບ,ບໍ່ມີໄຟຟ້າ ແລະນ້ຳປະປາ ມີພຽງນ້ຳລອດຖ້ຳທີ່ໃຊ້ສຳລັບກິນແລະດື່ມ.

ນອກນັ້ນ ໃນໝູ່ບ້ານລັບແລ ຍັງມີອີກສິ່ງໜຶ່ງທີ່ໜ້າອັດສະຈັນເໝືອນກັບໃນນິຍາຍ ກໍຄືຈະມີໜອງນ້ຳແຫ່ງໜຶ່ງ ໄສເຢັນ,ມີປາເປັນຈຳນວນຫຼາຍ ແຕ່ບໍ່ມີຊາວບ້ານຄົນໃດຈັບປາມາກິນຈັກຄົນຫຼືຂ້າສັດແມ່ນແຕ່ໂຕດຽວ.

ຊາວບ້ານໄດ້ພາກັນເອົາຮູບປັ້ນນາງເງືອກມາຕັ້ງໄວ້ທີ່ແຄມບໍ່ນ້ຳ ເພື່ອເປັນສັນຍາລັກວ່າ ເປັນບໍ່ນ້ຳຂອງນາງຜົມຫອມ ທີ່ສັກສິດ ເພາະວ່າເປັນບໍ່ນ້ຳບໍລິສຸດ ໄຮ້ຊຶ່ງມົນທິນ ເພາະປະຊາກອນທັງໝົດໃນໝູ່ບ້ານ ແມ່ນພາກັນຖືສິນຫ້າຢ່າງເຄັ່ງຄັດ ເຊັ່ນ:

ເວັ້ນຈາກການຂ້າສັດ,ເວັ້ນຈາກການຂີ້ລັກ,ເວັ້ນຈາກການລ່ວງເກີນດ້ານຊູ້ສາວ,ເວັນຈາກການຂີ້ຕົວະ ແລະເວັ້ນຈາກການດື່ມສຸລາ. ຫາກໃຜຢາກກິນຊີ້ນສັດ ກໍຈະອອກຈາກໝູ່ບ້ານເພື່ອໄປຊື້ຢູ່ໂລກພາຍນອກ.

ຍ້ອນເປັນໝູ່ບ້ານທີ່ມີຄວາມສັກສິດ ແລະບໍລິສຸດ ໃນທຸກໆວັນສິນຊາວບ້ານຈະນຸ່ງຂາວຫົ່ມຂາວເພື່ອຖືສິນ ແລະປະຕິບັດວິປັດສະນາກຳມະຖານ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button