ຂ່າວທົ່ວໄປ

ລາວຄາດວ່າເສດຖະກິດລາວຈະຟື້ນຕົວໃນປີ 2021 ຖ້າຄວບຄຸມການລະບາດຂອງ ໂຄວິດ -19 ໄດ້

ໃນວັນທີ 12 ມັງກອນ 2021 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ອີງຕາມບົດລາຍງານ ຂອງທະນາຄານໂລກ ແຈ້ງໃຫ້ຮູ້ວ່າ: ການຂະຫຍາຍຕົວ ຂອງເສດຖະກິດ ສປປ ລາວ ຈະຫົດຕົວໃນປີ 2020 ເຊິ່ງຖືເປັນຄັ້ງທໍາອິດ ໃນໄລຍະສອງທົດສະວັດ, ແຕ່ເສດຖະກິດລາວ ພ້ອມທີ່ຈະຟື້ນ ຕົວໃນປີ 2011 ແລະ ສືບຕໍ່ການຟື້ນຕົວ ໃນໄລຍະກາງ ຖ້າສາມາດຄວບຄຸມ ຜົນກະທົບຂອງພະຍາດລະບາດ ໂຄວິດ-19 ໄດ້ ແລະ ການຄ້າກັບ ບັນດາປະເທດ ຄູ່ຄ້າກັບຄືນສູ່ສະພາບປົກກະຕິ.

ບົດລາຍງານດັ່ງກ່າວ, ຍັງໄດ້ປະເມີນວ່າ ເສດຖະກິດຂອງປະເທດ ຈະຫົດຕົວປະມານ 0,6% ໃນປີ 2020 ເຊິ່ງຂະແໜງການທີ່ຮັບ ຜົນກະທົບ ໜັກທີ່ສຸດ ເປັນຕົ້ນ ຂະແໜງບໍລິການ, ການທ່ອງທ່ຽວ, ຂະແໜງການຄ້າຂາຍສົ່ງ, ຂາຍຍ່ອຍ ແລະ ຂະແໜງການຜະລິດ. ເຖິງແນວໃດກໍຕາມ ກິດຈະກໍາ ເສດຖະກິດທີ່ຖົດຖອຍ ໄດ້ສົ່ງຜົນຕໍ່ຄວາມສາມາດ ຂອງລັດຖະບານໃນການ ເກັບລາຍຮັບ ເຊິ່ງເຮັດໃຫ້ສະພາບ ງົບປະມານ-ການເງິນແຫ່ງລັດ ຕົກໃນສະພາບ ຫຍຸ້ງຍາກຂຶ້ນໄປຕື່ມອີກ. ເງິນກີບຫລຸດຄ່າທຽບ ໃສ່ສະກຸນເງິນຕາຕ່າງປະເທດ ແລະ ການອ່ອນຄ່າລົງດັ່ງກ່າວ ຂອງເງິນກີບ ບວກກັບລາຄາສະບຽງອາ ຫານທີ່ເພີ່ມສູງຂຶ້ນ ໄດ້ເປັນສາເຫດເຮັດໃຫ້ ອັດຕາເງິນເຟີ້ທົ່ວໄປ ເພີ່ມສູງຂຶ້ນ.

ທ່ານ ນິໂຄລາ ຟອນທາຣາ ຫົວໜ້າຫ້ອງການທະນາຄານ ໂລກປະຈຳ ສປປ ລາວ ກ່າວວ່າ: ເຖິງວ່າ ສປປ ລາວ ຈະສາມາດຄວບຄຸມ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໄດ້, ແຕ່ຜົນກະທົບທາງເສດຖະກິດ ທີ່ເກີດຈາກພະຍາດລະບາດດັ່ງກ່າວ ໄດ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວ ຫລາຍລ້ານຄົນ ແລະ ບັນທອນວຽກງານ ຫລຸດຜ່ອນຄວາມທຸກຍາກ. ຢາງໃດກໍຕາມ, ຖ້າສາມາດສືບຕໍ່ຄວບຄຸມ ພະຍາດລະບາດ ໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະ ເທດຄູ່ຄ້າ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021. ການຂະຫຍາຍຕົວຂອງ GDP ຄາດວ່າ ຈະຟື້ນຕົວມາເປັນ 4,9% ໃນປີ 2021, ສ່ວນການຂະ ຫຍາຍຕົວໃນໄລຍະກາງ ໜ້າຈະຄ່ອຍໆ ຟື້ນຕົວເທື່ອລະກ້າວ ອັນເປັນຜົນເນື່ອງມາຈາກການສືບຕໍ່ລົງ ທຶນໃສ່ການພັດທະນາ ໂຄງລ່າງພື້ນຖານ ແລະ ການກັບຄືນມາຟົດຟື້ນ ຂອງຂະແໜງບໍລິການ, ສົ່ງອອກ ແລະ ການຊົມໃຊ້ຂອງພາກເອກະຊົນ, ເຖິງຢ່າງໃດກໍຕາມ, ຖ້າຫາກພະຍາດໂຄວິດ-19 ມີການລະບາດອີກຮອບໃໝ່, ການຟື້ນຕົວ ຂອງເສດຖະກິດ ອາດຈະພົບສິ່ງທ້າທາຍ ຍ້ອນຜົນກະທົບ ຈາກມາດຕະການກັກຕົວ ຫລື ຂໍ້ຈໍາກັດດ້ານການຄ້າ ແລະ ການທ່ອງທ່ຽວ. ບົດລາຍງານ ສະບັບນີ້, ຍັງເນັ້ນໜັກໃຫ້ເຫັນການເພີ່ມຂຶ້ນ ຂອງພາລະແບກຫາບ ດ້ານໜີ້ສິນຕ່າງປະເທດ. ໜີ້ສິນຕ່າງປະເທດທີ່ສູງ ແລະ ຄັງແຮສໍາຮອງເງິນຕາ ຕ່າງປະເທດທີ່ຢູ່ໃນລະດັບຕໍ່າ ໂດຍຈໍາກັດ ຄວາມສາມາດຂອງລັດຖະບານ ໃນການນໍາໃຊ້ນະໂຍບາຍການເງິນ ເພື່ອກະຕຸ້ນເສດຖະກິດ

ເພື່ອແກ້ໄຂສິ່ງທ້າທາຍໃນຕໍ່ໜ້າ, ວຽກບູລິມະສິດຄວນລວມເອົາເຊັ່ນ: ຫລຸດຜ່ອນໜີ້ສິນຕ່າງປະເທດ ໃຫ້ກັບຄືນສູ່ລະດັບຍືນຍົງ, ປັບປຸງການ ເກັບລາຍຮັບ ເພື່ອສ້າງຄວາມຍືດຍຸ່ນ ທາງດ້ານງົບປະ ມານ-ການເງິນ ແລະ ສະໜອງການຊ່ວຍເຫລືອ ແກ່ບັນດາຄົວເຮືອນ ແລະ ວິສາຫະກິດ ທີ່ຖືກກະທົບ ໜັກ ຈາກການຖົດຖອຍ ຂອງເສດຖະກິດ. ນອກຈາກນີ້, ບົດລາຍງານຍັງ ໄດ້ແນະນໍາບັນດາທາງເລືອກດ້ານນະໂຍບາຍ ທີ່ຈະຊ່ວຍປົກປ້ອງຊີວິດ ການເປັນຢູ່ ຂອງປະຊາຊົນ, ເຊິ່ງລວມມີ ຂະຫຍາຍຈໍານວນ ຜູ້ທີ່ໄດ້ຮັບການຊ່ວຍເຫລືອເປັນເງິນສົດ, ເປັນວັດຖຸສິ່ງຂອງ, ເປັນສະບຽງອາຫານ, ສົ່ງເສີມການພັດທະ ນາສີມືແຮງງານ ໃຫ້ຜູ້ອອກແຮງງານ ທີ່ຕ້ອງສູນເສຍວຽກເຮັດງານທໍາ ແລະ ແຮງງານເຄື່ອນຍ້າຍ ທີ່ເດີນທາງກັບຄືນປະເທດ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button