ຂ່າວທົ່ວໄປ
ສະຫຼົດ!! ພົບຄົນແຂວນຄໍເສຍຊີວິດ ໂດຍທີ່ບໍ່ຊາບເຖິງແຮງຈູງໃຈ ເຂດບ້ານດອນເຊັງ ນະຄອນໄກສອນພົມວິຫານ.

ແຂວງ ສະຫວັນນະເຂດ ວັນທີ 12/01/2021 ເວລາ 19:25 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ 1629 ໄດ້ຮັບແຈ້ງ ຈາກປະຊາຊົນເຂົ້າເບີສຸກເສີນ ວ່າມີເຫດຄົນຜູກຄໍຕາຍເສຍຊີວິດ ເຂດບ້ານດອນເຊັງ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ

ດັ່ງນັ້ນ, ທາງອາສາພວກເຮົາໄດ້ ອອກກວດສອບເຫດ ຕາມສະຖານທີ່ປະຊາຊົນແຈ້ງເຫດວ່າ ແມ່ນພົບຜູ້ເສຍຊີວິດ ເປັນເພດຊາຍ ທີ່ຜູກຄໍຕົນເອງເສຍຊີວິດ ກ້ອງຕົ້ນໄມ້ ແຄມໜອງນ້ຳ.


ທາງອາສາກູ້ໄພຈື່ງ ປະສານສົມທົບນຳວິຊາສະເພາະເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງເພື່ອເຂົ້າເກັບກຳຂໍ້ມູນ ສຳເນົາຄະດີການເສຍຊີວິດ ສ່ວນລາຍລະອຽດ ແລະ ສາເຫດແຮງຈູງໃຈ ທາງເຈົ້າໜ້າທີ່ກຳລັງ ສືບສວນສອບສວນຕໍ່ໄປ ສ່ວນສົບຜູ້ເສຍຊີວິດ ໄດ້ດຳເນີນການມ້ຽນຄາບສົບ ແລ້ວນຳສົ່ງສົບຜູ້ກ່ຽວໃຫ້ຍາດຕິພີ່ນ້ອງ ທຳພິທີທາງສາດສະໜາຕໍ່ໄປ


ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີ ສາທຸໆໆ
