ສາລະພັດຄວາມຮູ້…!!! ລ້ຽງໝູແບບປະຢັດຕົ້ນທຶນ ລ້ຽງແບບນີ້ສາມາດຫຼຸດຕົ້ນທຶນໄດ້ເຖິງ 70% ຕ້ອງເຮັດແນວໃດໄປເບິ່ງເລີຍ.

ການລ້ຽງໝູແບບຕົ້ນທຶນຕໍ່າ ຫຼື​ ໝູຂຸມດິນຊີວະພາບເປັນທາງເລືອກໜຶ່ງໃນການພັດທະນາກະເສດຕາມແນວທາງທຸລະກິດໃໝ່ໂດຍຍຶດບັນຫາເສດຖະກິດພໍພຽງສາມາດລຸດຕົ້ນທຶນການຜະລິດໄດ້ປະມານ 70% ເນື່ອງຈາກອາຫານ

ຫຼັກທີ່ໃຫ້ໝູຄືຜັກນາໆຊະນິດ ແລະ ອາຫານສຳເລັດຮູບ ຫຼື ອາຫານປະສົມພຽງ 30% ເທົ່ານັ້ນໂດຍທີ່ໝູມີອັດຕາການເຕີບໂຕໃກ້ຄຽງກັບໝູທີ່ລ້ຽງໂດຍອາຫານສຳເລັດຮູບພຽງຢ່າງດຽວສິ່ງທີ່ແຕກຕ່າງກັນຄື: ກຳໄລຜູ້ລ້ຽງຈະໄດ້ຮັບ

ເພາະຕົ້ນທຶນຕໍ່າຫຼາຍປະຫຍັດຄ່າອາຫານ ຄ່ານໍ້າລ້າງຄອກ ອີກທັງຍັງໄດ້ປຸ໋ຍໝັກຢ່າງດີໄປໃຊ້ໃນຄົວເຮືອນອີກດ້ວຍ ການລ້ຽງແບບນີ້ບໍ່ມີກິ່ນເໝັນລົບກວນຜູ້ທີ່ລ້ຽງເພາະຈຸລິນຊີທີ່ປະສົມເຂົ້າໄປໃຫ້ໝູກິນພ້ອມກັບນໍ້າ ແລະ ທີ່ໃຊ້ຫົດວັດສະດຸພື້ນຄອກນັ້ນເອງ

+ ຂັ້ນຕອນ ແລະ ວິທີການເຮັດ

1. ການກຽມຄອກ: ການລ້ຽງແບບຂຸມດິນຈະເປັນພື້ນອ່ອນ ແລະ ໂຮງເຮືອນຈະຕ້ອງສຳພັນກັບຈຳນວນໝູໂດຍໃຫ້ມີຂະໜາດຄອກກວ້າງ 2 x 6 ມ ສາມາດລ້ຽງໄດ້ຄອກລະ 9 ໂຕ ເລີ່ມດ້ວຍການຂຸດພື້ນຄອກເລິກລົງໄປ 90 ຊມ ( ຫຼື

ຂຸດພຽງ 45 ຊມ ແລ້ວເອົາດິນທີ່ຂຸດຂຶ້ນມານັ້ນຖົມດ້ານຂ້າງກໍ່ຈະໄດ້ຄວາມເລິກ 90 ຊມ ) ໃນການມຸງຫຼັງຄານັ້ນຕ້ອງໃຫ້ສາຍຄາກວ້າງບໍ່ໃຫ້ນໍ້າຝົນສາດເຂົ້າມາໃນຄອກ ແລະ ເມື່ອຕີຝາຄອກແລ້ວຕ້ອງໃຊ້ດິນບ໋ອກຫຼືໄມ້ໄຜ່ກັ້ນຮອບໆ

ຄອກເລິກລົງໄປຈາກພື້ນດິນປະມານ 40-50 ຊມ ເພື່ອບໍ່ໃຫ້ໝູຂຸດອອກນອກຄອກໄດ້ ( ການກັ້ນຝາຄອກຄວນຕິດຕັ້ງປະຕູປິດ-ເປີດໄດ້ ເພື່ອຄວາມສະດວກໃນການນຳມູເຂົ້າ-ອອກ ) ສິ່ງທີ່ຕ້ອງຄຳນຶງກໍ່ຄືບໍ່ລິເວນທີ່ຈະສ້າງຄອກບໍ່

ຄວນເປັນພື້ນທີ່ຕໍ່ານໍ້າຖ້ວມຂັງ ແລະ ຄວນເປັນທີ່ຮົ່ມກ້ອງຕົ້ນໄມ້ມີອາກາດຖ່າຍເທດີເພາະໝູເປັນສັດທີ່ບໍ່ມັກອາກາດຮ້ອນ

2. ການກຽມວັດສະດຸພື້ນຄອກ: ເມື່ອຂຸດຂຸມແລ້ວຈະປູພື້ນຄອກໂດຍໃຊ້ແກບ 10 ສ່ວນ ປະສົມດິລະອຽດ 1 ສ່ວນ

ຖອກລົງຂຸມທີ່ຂຸດໄວ້ໃຫ້ມີຄວາມໜາ 30 ຊມ ແລ້ວໃຊ້ເກືອເມັດ 1 ຖ້ວຍ ຫຼື ປະມານເຄິ່ງລິດໂຮຍໝ້າແລ້ວໃຊ້ນໍ້າໝັກຊີວະພາບ 2 ບ່ວງແກງປະສົມນໍ້າ 1 ບົວ ( 10 ລິດ ) ຫົດໃຫ້ທົ່ວເຮັດແບບເກົ່າອີກ 2 ຊັ້ນ ຈົນເທົ່າກັບລະດັບພື້ນ

ດິນຊ່ວງນີ້ວັດສະດຸພື້ນດິນຈະຍັງຮ້ອນຈາກການທຳງານຂອງຈຸລິນຊີປະໄວ້ປະມານ 10 ມື້ ຈຶ່ງນຳໝູເຂົ້າຢູ່ໄດ້ ແລະ ຄວນຫົດນໍ້າໝັກຊີວະພາບລົງພື້ນຄອກເພີ່ມຕື່ມອີກທຸກໆ 5-7 ມື້ ມື້ລະ 1 ບົວ ພາຍຫຼັງຈາກເລີ່ມລ້ຽງໝູແລ້ວເພື່ອຊ່ວຍເພີ່ມປະສິດທິພາບໃນການຍ່ອຍສະຫຼາຍສິ່ງປະຕິກູນຕ່າງໆ

3. ການໃຫ້ອາຫານ ແລະ ນໍ້າ: ອາຫານປະສົມ ຫຼື ອາຫານສຳເລັດຮູບທີ່ເຄີຍໃຊ້ເປັນຫຼັກນັ້ນຈະຕ້ອງລຸດລົງເຫຼືອພຽງປະມານ 30 % ຈາກເດີມໃຫ້ໂຕລະ 2 ກ ຕໍ່ວັນ ຈະຕ້ອງເຫຼືອໂຕລະ 6 ຂີດຕໍ່ມື້ ສ່ວນອາຫານທີ່ຈະໃຫ້ໝູກິນເປັນຫຼັກຄື

4. ການປ້ອງກັນໂລກ: ເນື່ອງຈາກການລ້ຽງໝູແບບຕົ້ນທຶນຕໍ່ານີ້ມີນໍ້າໝັກຊີວະພາບມີຈຸລິນຊີ ແລະ ວິຕາມິ່ນຈາກຜັກເປັນໂຕຫຼັກໃນການເສີມສ້າງຄວາມເຂັ້ມແຂງໃຫ້ກັບໝູແຕ່ຫາກອາຫານຫຼືນໍ້າບໍ່ສະອາດພໍໝູອາດມີອາການຖອກທ້ອງ ຫຼືຂີ້ແຫຼວໄດ້ ຕ້ອງຮັກສາໂດຍນຳໃບຝຣັ່ງສົດ, ໃບຟ້າທະລາຍໂຈນສົດ

ແລະ ເຄືອເຂົາຮໍ ເອົາໃຫ້ໝູກິນ ລວມທັງຈະຕ້ອງຫາວ່າເກີດຈາກສາເຫດໃດເຊັ່ນ: ອາຫານ ແລະ ນໍ້າບໍ່ສະອາດພໍກໍ່ຕ້ອງປັບປຸງແກ້ໄຂໃໝ່ ນອກຈາກນີ້ຍັງຄວນໃຊ້ມຸ້ງຂຽວຄຸມຄອກເພື່ອກັນຍຸງຕັ້ງແຕ່ຕອນແລງຈົນຮອດຕອນເຊົ້າ

About admin

Check Also

ສູດລັບ ການອອມເງິນຂອງຊາວຍີ່ປຸ່ນ ສືບທອດກັນມາ 117 ປີ

ຖ້າເວົ້າເລື່ອງການອອມເງິນແລ້ວ ນອກຈາກເຢຍລະມັນ ແລະຈີນແລ້ວ ຜູ້ຄົນໃນປະເທດຍີ່ປຸ່ນ ກໍມີວິທີການອອມເງິນທີ່ໜ້າສົນໃຈເຊັ່ນດຽວກັນ..ສູດການອອມເງິນນີ້ ສືບທອດກັນມາແລ້ວ ກວ່າ 117 ປີ ເຄັດລັບທີ່ວ່ານີ້ ກໍຄື คือ “Kakeibo” (ຄະເຄໂບະ) ມີຄວາມໝາຍວ່າ …

Leave a Reply

Your email address will not be published. Required fields are marked *