ສຳນັກຂ່າວ Rfa ຫວຽດນາມ ໄດ້ລາຍງານໃນວັນທີ 11 ມັງກອນ 2021 ທີ່ຜ່ານມາວ່າ: ມີນັກທ່ອງທ່ຽວ ໄປທ່ຽວຊົມຫິມະຕົກ ທີ່ ແຂວງ ຫຼ່າວກາຍ ຢູ່ທາງພາກຕະເວັນຕົກສ່ຽງເໜືອຂອງປະເທດຫວຽດນາມ ຕິດກັບຊາຍແດນຈີນ

ຂະນະດຽວກັນ ອຸນຫະພູມທີ່ຫຼຸດລົງ ປະກອບກັບມີຫິມະຕົກ ເຮັດໃຫ້ຄວາຍຂອງຊາວນາຕາຍເປັນຈໍານວນຫຼາຍ ເພາະອາກາດໜາວເຢັນ

ຫຼ່າວກາຍ ເປັນແຂວງພູດອຍ ພູສູງ ອາກາດໜາວເຢັນຕະຫຼອດປີ ແລະ ມີເມືອງຊາປາ ເປັນແຫຼ່ງທ່ອງທ່ຽວຍອດນິຍົມ

