ຂ່າວຕ່າງປະເທດ

ມາເລເຊຍ ປະກາດສະຖານະການສຸກເສີນທົ່ວປະເທດ

ມາເລເຊຍ ປະກາດສະຖານະການສຸກເສີນທົ່ວປະເທດ ຕາມ​ຂ່າວ​ຈາກ​ ກົວ​ລາ​ລຳ​ເບີ, ວັນ​ທີ 12ມັງກອນ ສົມ​ເດັດ ອັບ​ດຸລ​ເລາະ ຊາ(Abdullah Shah)ກະສັດ​ແຫ່ງມາ​ເລ

ເຊຍ ປະກາດ ​ສະຖານະ​ການ​ ສຸກ​ເສີນ ທົ່ວ​ປະ​ເທດ ​ເພື່ອ​ຄວບ​ຄຸມ ​ການ​ແຜ່​ລະບາດ​ ໂຄ​ວິດ-19 ​ເຊິ່ງມີ​ຜົນ​ ບັງຄັບ​ໃຊ້ ​ໄປ​ຈົນ​ເຖິງ​ ວັນ​ທີ 1 ສິງຫາ​ປີນີ້ ຫລັງ​ຈາກ ພົບ​ຜູ້​ຕິດ

ເຊື້ອ ​​ໂຄ​ວິດ-19 ​ລາຍ​ວັນ ​ເພີ່ມ​ຂຶ້ນ​ເຖິງ 3.000 ຄົນ ​ເປັນຄັ້ງທຳ​ອິດ.ຂະນະ​ນີ້ ມາ​ເລ​ເຊຍ ມີ​ຍອດ​ຜູ້​ຕິດ​ເຊື້ອ ​ສະ​ສົມ​ ທັງ​ໝົດ 138.000 ກວ່າ​ຄົນ ​ແລະ ​ເສຍ​ຊີວິດ ​ທັງ​ໝົດ 555 ຄົນ./.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button