“ນາງ ແກ້ວມະນີ”ກຳມະການຕັດສິນ FIFA 2021 ຍິງຄົນທຳອິດຂອງ ສປປ ລາວ

ສະຫະພັນບານເຕະນານາຊາດ ຫລື FIFA ໄດ້ຕົກລົງແຕ່ງຕັ້ງ ກຳມະການຕັດສິນ ແລະ ຜູ້ຊ່ວຍກຳມະການຕັດສິນບານເຕະ FIFA 2021 ແລະ ກຳມະການຕັດສິນຟຸດຊໍ FIFA 2021 ທັງໝົດຈຳນວນ 11 ທ່ານ, ພິເສດໄປກວ່ານັ້ນມີກຳມະການຕັດສິນຍິງ FIFA ຄົນທຳອິດທີ່ສອບເສັງຜ່ານ ຄື: ນາງ ແກ້ວມະນີ ແພງເມືອງຄູນ ເຊິ່ງເປັນກຳມະການຕັດສິນ ຍິງຄົນທຳອິດຂອງ ສປປລາວ

ສຳລັບ ກຳມະການຕັດສິນ 11 ທ່ານ ປະກອບມີ: ກຳມະການຕັດສິນ (ຊາຍ) FIFA ຈຳນວນ 3 ທ່ານ: ທ່ານ ໄຊປະເສີດ ພົງສະນິດ, ທ່ານ ສວຍ ວົງຄຳ ແລະ ທ່ານ ຄຳສິງ ໄຊຍະວົງສີ ໃນນັ້ນ ກຳມະການ FIFA (ຍິງ) ຈຳນວນ 1 ທ່ານ ຄື: ທ່ານ ນາງ ແກ້ວມະນີ ແພງເມືອງຄູນ.

ນອກຈາກນັ້ນ ມີຜູ້ຊ່ວຍກຳມະການຕັດສິນ (ຊາຍ) FIFA ຈຳນວນ 5 ທ່ານ: ທ່ານ ສົມພາວັນ ຫຼວງລາດ, ທ່ານ ພອນສຸກສັນ ເຕໂຊ, ທ່ານ ກິຫຼ້າ ລາດຊະວົງ, ທ່ານ ບຸນພັນ ສີສຸວັນ, ທ່ານ ບຸນອູ້ມ ລາດຊະວົງ ພ້ອມຜູ້ຊ່ວຍກຳມະການ (ຍິງ) FIFA ຈຳນວນ 1 ທ່ານ: ນາງ ພຸດສະຫວັນ ຈັນທະວົງ ແລະ ກຳມະການຟຸດຊໍ FIFA ຈຳນວນ 1 ທ່ານ: ທ່ານ ຄຳປະສົງ ໄຊຍະວົງສີ.
