ຂ່າວຕ່າງປະເທດ

ສະຊິກສະພາ ສ.ອາເມລິກາ ລົງມະຕິຖອດຖອນ ທ່ານ ໂດນັນ​ ທຣຳ

ສະຊິກສະພາ ສ.ອາເມລິກາ ລົງມະຕິຖອດຖອນ ທ່ານ ໂດນັນ ທຣຳຂປລ.ຕາມ​ຂ່າວ​ຈາກ ວໍ​ຊີງ​ຕັນ,ວັນ​ທີ14​ມັງກອນ​ນີ້, ສະມາຊິກ ​ສະພາ ສ.ອາ​ເມ​ລິ​ກາ ລົງມະຕິ​ ດ້ວຍ​ຄະ​ແນນ​ສຽງ 232 ຕໍ່197 ສຽງ ​ໃນ​ການຖອດ​ຖອນ ທ່ານ ​ໂດ​ນັນ ທຣຳ,

ປະທານາທິບໍດີ ສ.ອາ​ເມ​ລິ​ກາ ດ້ວຍ​ຄວາມ​ຜິດ​ ໃນ​ຂໍ້​ຫາຍຸຍົງ ຜູ້​ສະໜັບ​ສະໜັບ​ ​ໂດນັນ ທຣຳ ​ເຂົ້າ​ໄປ​ໃນ​ສະພາ ​ເມື່ອ​ອາທິດ​ແລ້ວ​ນີ້ ​ເພື່ອຂັດຂວາງ ຂະ​ບວນການ ປະກາດ​ ຮັບຮອງ ​ໄຊຊະນະ​ຂອງ ທ່ານ ​ໂຈ​​ ໄບ​ເດນ ​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ສ.​ອາ​ເມ​ລິ​ກາ ຈົນ​ເຮັດ​ໃຫ້ ​ມີ​ຜູ້​ເສຍ​ຊີວິດ ​ແລະ ​ໄດ້​ຮັບ​ບາດ​ເຈັບ ​ເປັນ​ຈຳນວນ​ຫລາຍ​.

ທ່ານ ​ໂດນັນ ທຣຳ ກາຍ​ເປັນ​ປະທານາທິບໍດີ ຄົນ​ທຳ​ອິດ​ ໃນ​ປະຫວັດສາດ ​ຂອງ ສ.ອາ​ເມ​ລິ​ກາ ທີ່​ຖືກ ​ສະມາຊິກ ​ສະພາ ລົງມະຕິ​ ຖອດ​ຖອນ​ເຖິງ 2 ຄັ້ງ ​ໂດຍ​ຄັ້ງທຳ​ອິດ ​ໃນ​ວັນ​ທີ 18ທັນວາ​ປີ​2019 ສະມາຊິກ​ສະພາ ລົງມະຕິ ​ຖອດ​ຖອນ ປະທານາທິບໍດີ ​ໂດ​ນັນ ທຣຳ ​ໃນ 2ຂໍ້​ຫາ​ຄື: ການ​ໃຊ້​ອຳນາດ ​ໃນ​ທາງ​ທີ່​ບໍ່ ​ຖືກຕ້ອງ ​ແລະ ຂັດຂວາງ​ ຂະ​ບວນການ​ ສືບສວນ ສອບ​ສວນ ​ຂອງ​ສະພາ​ ຄອງ​ເກຣສ./.ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button