ສັບພະຄຸນທາງຢາຂອງ ໝາກເຟືອງເທບ ຊ່ວຍບຳລຸງກະເພາະອາຫານ, ຮັກສາອາການອັກເສບຂອງລຳໄສ້, ຊ່ວຍແກ້ອາການເລືອດອອກຕາມກະເພາະ

ໝາກເຟືອງເທດມີສັບພະຄຸນ:
ຮາກ ແກ້ອາການຮ້ອນໃນ, ແກ້ອາການຂາດນ້ຳ, ຊ່ວຍແກ້ອາການຮ້ອນໄຂ້, ຊ່ວຍບຳລຸງກະເພາະອາຫານ, ຮັກສາອາການອັກເສບຂອງລຳໄສ້, ຊ່ວຍແກ້ອາການເລືອດອອກຕາມກະເພາະ ແລະ ລຳໄສ້, ຮັກສາອາການ Syphilis, ຊ່ວຍບັນເທົາອາການເຈັບຂອງພະຍາດລິດຊີດວງທະວານໜັກ, ບັນເທົາອາການເຈັບຂອງພະຍາດຂໍ້ອັກເສບ, ຊ່ວຍຮັກສາແຜ, ຕົ້ມອາບຊ່ວຍຫຼຸດອາການຄັນ ແລະບວມແດງ.

ໃບ: ນຳໃບສົດ 1 ກຳມືມາບົດໃຫ້ລະອຽດປະສົມນ້ຳເລັກນ້ອຍໃຊ້ພອກບໍລິເວນທີ່ບວມ (ວັນລະ 2 ຄັ້ງ ເຊົ້າ-ແລງ), ຍັງຊ່ວຍຮັກສາພະຍາດຄາງບວມ, ຕົ້ມດື່ມຮັກສາອາການອັກເສບຂອງລຳໄສ້, ຮັກສາພະຍາດ Syphilis, ຮັກສາອາການອັກເສບຂໍ້, ໃຊ້ຕຳພອກແກ້ອາການຄັນ ແລະ ບວມແດງ.

ດອກ: ນຳມາຊົງເປັນຊາດື່ມແກ້ອາການໄອ. ໝາກ: ແກ້ເສມຫະໜຽວ, ຊ່ວຍຈະເລີນອາຫານ, ກິນກັບແຈ່ວຊ່ວຍຂັບເຫື່ອ, ຊ່ວຍຟອກເລືອດ, ແກ້ອາການເລືອດອອກຕາມຫວ່າງແຂ້ວ, ບຳລຸງກະເພາະອາຫານ, ບັນເທົາອາການເຈັບລິດຊີດວງທະວານໜັກ, ຮັກສາແຜ, ໃຊ້ເປັນຢາບຳລຸງ ແລະ ແກ້ອາການເຈັບມົດລູກ

ສານສະກັດເອທານອລຈາກໃບໝາກເຟືອງຝຣັ່ງ ຫລື ໝາກເຟືອງເທດ ສາມາດຫຼຸດລະດັບນ້ຳຕານ ແລະ ໄຂ່ມັນໃນເລືອດໄດ້ດີ. ນ້ຳຄັ້ນຈາກໝາກເຟືອງຝຣັ່ງມີສານ Steroid glycosides ແລະ Oxalic acid ມີສ່ວນຊ່ວຍໃນການຄຸມກຳເນີດໄດ້.

ລັກສະນະໝາກເຟືອງເທດ: ໝາກເຟືອງຝຣັ່ງຈັດເປັນໄມ້ຢື່ນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 5-10 ມ, ແຕກກິ່ງກ້ານຈຳນວນຫຼາຍ, ຫັກງ່າຍ, ມີຂົນອ່ອນນຸ້ມອອກຕາມກິ່ງກ້ານ.

ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ຍາວ 6-13 ຊມ. ໃບຍ່ອຍອອກກົງກັນຂ້າມກັນ, ຮູບຫອກ, ກວ້າງປະມານ 1 ຊມ, ຍາວ 2-5 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ສີຂຽວອ່ອນ, ມີຂົນອ່ອນນຸ້ມປົກຄຸມທົ່ວແຜ່ນໃບ. ດອກອອກເປັນຊໍ່ແບບກະຈະ, ອອກຕາມລຳຕົ້ນ ແລະ ກິ່ງກ້ານ, ຍາວປະມານ 5 ຊມ.

ດອກຍ່ອຍມີຈຳນວນຫຼາຍ. ກາບດອກມີ 5 ກາບ, ສີຂຽວປົນສີສົມພູ. ກີບດອກເຊື່ອມຕິດກັນເປັນຫຼອດປາຍແຍກເປັນ 5 ແສກ, ສີແດງເຂັ້ມ, ມີກິ່ນຫອມ. ມີເກສອນຢູ່ກາງດອກ. ໝາກຮູບຮີກົມ, ອອກເປັນຊໍ່ຫ້ອຍລົງມາ, ມີເສັ້ນຜ່າສູນກາງປະມານ 2 ຊມ, ຍາວ 3-4 ຊມ, ມີພູຕາມທາງຍາວຂອງໝາກປະມານ 5 ພູ, ເນື້ອອົມນ້ຳ, ສີຂຽວ, ມີລົດຊາດສົ້ມ. ແກ່ນແປ.