ຮູ້ໄວ້! ອາຫານໃດແດ່ ທີ່ແຕ່ລະກຸບເລືອດຄວນກິນ ແລະ ບໍ່ຄວນກິນ

ທ່ານເຄີຍສົ່ງໄສບໍ່ວ່າເປັນຫຍັງເວລາທີ່ເຮົາກິນອາຫານບາງຢ່າງຈື່ງມີອາການແພ້, ບາງເທື່ອກິນຕົວເຮົາເອງມີອາການເຈັບທ້ອງຫຼື ອາການອື່ນໆ ແຕ່ໝູ່ທີ່ກິນນໍາພັດບໍ່ເປັນຫຍັງມື້ນີ້ເຮົາມີຄໍາຕອບມາໃຫ້.
ກຸບເລືອດ AB ຄວນເລືອກກິນອາຫານທະເລ, ເນີຍ, ນົມ, ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກ ແລະ ໄຂ່,
ຄວນຫຼີກລ່ຽງ ປາຊີ້ນຂາວ, ຊີ້ນສັດໃຫຍ່, ໝາກສີດາ, ສາລີ, ໝາກມ່ວງ, ຖົ່ວແດງ ເພາະພູມຄຸ້ມກັນອ່ອນເພຍ ກົດໃນກະເພາະຕໍ່າຍ່ອຍຊີ້ນສັດໄດ້ຍາກ.

ກຸບເລືອດ A: ຄວນເລືອກກິນຜັກ, ປາ, ນົມຖົ່ວເຫຼືອງ, ຄວນຫຼີກລ່ຽງ ໄຂ່, ນົມງົວ, ແປ້ງ, ຊີ້ນສັດ ເພາະລະບົບຍ່ອຍອາຫານ, ລະບົບພູມຄຸ້ມກັນບໍ່ດີ ສ່ຽງເປັນພະຍາດຫົວໃຈ ແລະ ມະເຮັງ.

ກຸບເລືອດ B ຄວນເລືອກກິນເຂົ້າກ໊ອງ, ເຂົ້າໂອດ, ຂີງ, ຊາຂຽວ, ໂສມ, ຄວນຫຼີກລ່ຽງປູ, ກຸ້ງ, ຫອຍແຄງ, ຊີ້ນໄກ່, ແປ້ງ, ເພາະກົດໃນກະເພາະອາຫານສູງ ລະບົບເຜົາຜານບໍ່ດີ ເລືອດແຂງໂຕຊ້າ.

ກຸບເລືອດ O ຄວນເລືອກກິນຊີ້ນສັດ, ອາຫານທະເລ, ຜັກຫົມ, ແຕ່ຄວນຫຼີກລ່ຽງ ໝາກໄມ້ລົດສົ້ມ, ຊາ, ກາເຟ, ເບຍ ເພາະກົດໃນກະເພາະສູງ ລະບົບເຜົາກໍ່ບໍ່ດີປານໃດ ເລືອດກໍ່ແຂງຕົວຊ້າຕື່ມອີກ.

ແນວໃດກໍ່ຕາມ ອາຫານທີ່ເວົ້າມານັ້ນ ກໍ່ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ຄວນຫຼີກລ່ຽງນັ້ນ ກຸບເລືອດນັ້ນຈະກິນບໍ່ໄດ້ ແຕ່ວ່າຖ້າຫຼີກລ່ຽງໄດ້ແມ່ນດີຕໍ່ສຸຂະພາບ, ແຕ່ຖ້າຫຼີກລ່ຽງບໍ່ໄດ້ ກໍ່ຄວນກິນເລັກໜ້ອຍເທົ່ານັ້ນ ເພື່ອເຮັດໃຫ້ຮ່າງກາຍຂອງເຮົາມີສຸຂະພາບທີ່ດີ.