ລັດຄາລິຟໍເນຍ ເຄື່ອນໄຫວເພື່ອສັກຢາວັກຊີນ ໃຫ້ປະຊາຊົນ ຜູ້ມີອາຍຸ 65 ປີ ຂຶ້ນໄປ

ລັດຄາລີຟໍເນຍຂອງສະຫະລັດ ໄດ້ປະກາດໃນວັນພຸດວານນີ້ວ່າ ປະຊາຊົນທັງ ໝົດອາຍຸ 65 ປີ ຂຶ້ນໄປ ມີສິດໄດ້ຮັບການສັກຢາວັກຊີນກັນໄວຣັສໂຄໂຣນາ.
ທ່ານກາວິນ ນິວສັນ (Garvin Newson) ຜູ້ປົກຄອງລັດ ກ່າວຢູ່ໃນຖະແຫຼງການໃນວັນພຸດວານນີ້ວ່າ “ບໍ່ມີບູລິມະສິດໃດສູງກວ່າປະສິດທິຜົນ ແລະຄວາມຍຸຕິທຳການແຈກຢາຍຢາວັກຊີນເຫລົ່ານີ້ໂດຍໄວເທົ່າທີ່ຈະໄວໄດ້ ໃຫ້ແກ່ພວກ ທີ່ປະເຊີນໜ້າກັບໄພອັນຕະລາຍຮ້າຍແຮງທີ່ຈະຕິດຕາມມາ.”
ການເຄື່ອນໄຫວນີ້ໄດ້ໃຫ້ບູລິມະສິດພວກຜູ້ສູງອາຍຸ ກວ່າບັນດາພະນັກງານສຸກເສີນ ແລະນາຍຄູ.
ໃນຂະນະດຽວກັນໃນວັນພຸດວານນີ້ ບັນດາຜູ້ປົກຄອງລັດໂອຮາຍໂອ ແລະ ອາຣິໂຊນາໄດ້ຮຽກຮ້ອງໃຫ້ພວກນາຍຄູພາກັນສັກຢາ ເພື່ອຊ່ວຍເປີດໂຮງຮຽນຄືນໃໝ່.

ຜູ້ປົກຄອງລັດອາຣີໂຊນາ ທ່ານດັກ ດູຊີ (Doug Ducey) ກ່າວໃນວັນພຸດ ວານນີ້ວ່າ “ພວກເຮົາຈະບໍ່ໃຫ້ທຶນແກ່ບ່ອນນັ່ງທີ່ຫວ່າງເປົ່າ ຫຼືອະນຸຍາດໃຫ້ ໂຮງຮຽນຕົກຢູ່ໃນສະພາບທີ່ປິດແບບບໍ່ສິ້ນສຸດ.” ລັດດັ່ງກ່າວໄດ້ເລີ້ມສັກຢາ ໃຫ້ແກ່ນາຍຄູຈຳນວນນຶຶ່ງແລ້ວ.
ສະຫະລັດໄດ້ບັນທຶກສະຖິຕິການເສຍຊີວິດຍ້ອນໂຄວິດ-19 ໃນວັນອັງຄານ ທີ່ຜ່ານມາພາຍໃນມື້ດຽວເຖິງ 4,327 ຄົນ ຊຶ່ງເຮັດໃຫ້ການເສຍຊີວິດໂດຍ ທັງໝົດຂອງປະເທດເພີ້ມຂຶ້ນເປັນຜູນຳໜ້າໂລກ 384,000 ຄົນນັບແຕ່ຕອນ ແລງວັນພຸດວານນີ້. ສະຫະລັດຍັງນໍາໜ້າໝູ່ ໃນໂຕເລກການຕິດແປດຈາກ ໄວຣັສໂຄໂຣນາທັງໝົດ 23 ລ້ານຄົນ ຈາກກໍລະນີທັງໝົດຂອງໂລກ 92 ລ້ານຄົນ ອີງຕາມຂໍ້ມູນຈາກສູນກາງໄວຣັສໂຄໂຣນາຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ (Johns Hopkins University.)
ສ່ວນຢູ່ອີກຟາກນຶ່ງຂອງຫາມະຫາສະໝຸດອັດແລນຕິກນັ້ນ ປະເທດປອກຕຸຍການ ໄດ້ປະກາດປິດປະເທດໃນວັນພຸດວານນີ້ ທ່າມກາງການເພີ້ມຂຶ້ນຂອງກໍລະນີໄວຣັສໂຄໂຣນາ ຫຼັງຈາກໄດ້ມີການຜ່ອນຜັນໃນລະຫວ່າງວັນພັກບຸນ. ປະເທດປອກຕຸຍການ ໄດ້ໃຫ້ການຢືນຢັນວາ ມີຜູ້ຕິດເຊື້ອຫຼາຍກວ່າເຄິ່ງລ້ານ ກໍລະນີກວ່າໆ.