ສາລະໜ້າຮູ້

ດວງລາຍວັນປະຈຳວັນທີ 15 ມັງກອນ 2021 ການງານ,ການເງິນ,ຄວາມຮັກ

ເຊັກດວງລາຍວັນປະຈຳວັນທີ 15 ມັງກອນ 2021 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :

1. ຄົນທີ່ເກີດວັນອາທິດ

+ ດ້ານການງານ ມີເກນ ສີ່ງທີ່ປະເຊີນຕອນນີ້ ອີກບໍ່ດົນຈະຄີຄາຍໃນທາງທີ່ດີຂື້ນ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆຈາກວຽກງານຕ່າງໆ, ສ່ວນລາຍຈ່າຍ ຖ້າຈ່າຍລົງທຶນ  ຫຼື ສ່ຽງດວງບໍ່ດີປານໃດ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ດຳເນີນ ແລະ ພັດທະນາໄປເລື້ອຍໆ ເຂົ້າໃຈກັນຫຼາຍຂື້ນ, ສ່ວນຄົນໂສດ ຍັງບໍ່ພົບຮັກແທ້ແບບຈິງຈັງເທື່ອ.

2. ຄົນທີ່ເກີດວັນຈັນ

+ ດ້ານການງານ ມີເກນ ມີວຽກເຮັດຕໍ່ເນື່ອງ ແລະ ອາດມີເລື່ອງສຳຄັນ ທີ່ເຮັດໃຫ້ທ່ານຕ້ອງຕັດສິນໃຈ ເຊີ່ງມີຜົນຕໍ່ງານໃນອະນາຄົດທ່ານ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆ ຈາກການດຸໝັ່ນ ແລະ ວຽກງານຕ່າງໆຂອງທ່ານ, ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ ເລື່ອງຈຳເປັນແບບບໍ່ສາມາດຫຼີກລ່ຽງໄດ້

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຮັກກັນຫຼາຍຂື້ນ ເຂົ້າໃຈກັນຫຼາຍຂື້ນ ຫຼັງຈາກຜ່ານຜ່າອຸປະສັດມານຳກັນຫຼາຍເລື່ອງ, ສ່ວນຄົນໂສດ ມີເກນ ມີຄົນເຂົ້າມາ ເພື່ອລົມກັນ ແລ້ວກໍຈາກໄປ ບໍ່ໄດ້ເຂົ້າມາເພື່ອຄົບຈິງຈັງ.

3. ຄົນທີ່ເກີດວັນອັງຄານ

+ ດ້ານການງານ ມີເກນ ເຮັດວຽກໜັກໄປເລື້ອຍໆ ເມື່ອຍຫຼາຍ ແຕ່ຕ້ອງອົດທົນເພາະຄວາມສຳເລັດໃນອານາຄົດ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກງານ ແລະ ວຽກເສີມຂອງທ່ານເຂົ້າມາເລື້ອຍໆ, ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ ແບບບໍ່ສາມາດຫຼີກລ່ຽງໄດ້

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ເຂົ້າໃຈກັນ ຊ່ອຍເຫຼືອກັນ ເປັນກຳລັງໃຈທີ່ດີໃຫ້ກັນ, ສ່ວນຄົນໂສດ ມີເກນຈະໄດ້ພົບຮັກໃນມື້ນີ້ ຖ້າທ່ານບໍ່ເລືອກຫຼາຍ.

4. ຄົນທີ່ເກີດວັນພຸດ

+ ດ້ານການງານ ມີເກນ ເຮັດວຽກໜັກ ອິດເມື່ອຍພໍສົມຄວນ ແຕ່ຂໍໃຫ້ອົດທົນອີກບໍ່ດົນ ຈະຜ່ານໄປດ້ວຍດີ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີພໍສົມຄວນ ຈາກວຽກຫຼັກ ແລະ ວຽກເສີມຕ່າງໆ, ສ່ວນລາຍຈ່າຍ ຈ່າຍຫຼາຍໃນບາງຄັ້ງຄາວ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຈືດຈາງຫ່າເຫີນ ໃຫ້ປັບຄວາມເຂົ້າໃຈກັນ , ສ່ວນຄົນໂສດ ມີເກນ ຈະໄດ້ພົບຮັກແທ້ ຂື້ນກັບທ່ານຈະເປີດໃຈຫຼືບໍ່ກັບຄົນທີ່ເຂົ້າມາ.

5. ຄົນທີ່ເກີດວັນພະຫັດ

+ ດ້ານການງານ ມີເກນ ເຮັດວຽກໜັກ ອິດເມື່ອຍຫຼາຍພໍສົມຄວນ ແຕ່ຜົນລັບກໍຄຸ້ມຄ່າແນ່ນອນ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆ ໃຜເຮັດວຽກເສີມ ຈະມີລາຍໄດ້ເຂົ້າມາດີພໍສົມຄວນ, ສ່ວນລາຍຈ່າຍ ຈ່າຍຫຼາຍພໍສົມຄວນ ແບບບໍ່ສາມາດຫຼີກລ່ຽງໄດ້

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ໝັ້ນຄົງດີ ພັດທະນາໄປເລື້ອຍໆ, ສ່ວນຄົນໂສດ ຍັງຄົງຄອງໂສດຕໍ່ໄປອີກວັນ.

6. ຄົນທີ່ເກີດວັນສຸກ

+ ດ້ານການງານ ມີເກນ ເຮັດວຽກໄປເລື້ອຍໆ ບັນຫາທີ່ປະເຊີນຢູ່ຕອນນິ້ ກຳລັງຈະຄີຄາຍໃນທາງທີ່ດີຂື້ນ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຕໍ່ເນື່ອງຈາກວຽກງານຕ່າງ, ສ່ວນລາຍຈ່າຍ ຈ່າຍຫຼາຍບໍ່ສາມາດຄວບຄຸມໄດ້ ເພາະມັນຈຳເປັນ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ອາດບໍ່ເຂົ້າໃຈກັນເພາະອາລົມ ຄວນລະວັງຄຳເວົ້າທີ່ຮຸນແຮງຕໍ່ກັນ, ສ່ວນຄົນໂສດ ມີເກນຈະໄດ້ພົບຮັກກັບຄົນຕ່າງຖິ່ນແດນໄກ.

7. ຄົນທີ່ເກີດວັນເສົາ

+ ດ້ານການງານ ມີເກນ ອິດເມື່ອຍກັບວຽກງານ ແລະ ອຸປະສັກຕ່າງຕ່າງໆ ແຕ່ອີກບໍ່ດົນຈະປ່ຽນແປງໃນທາງທີ່ດີຂື້ນ ຂໍພຽງອົດທົນ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກ ແລະ ເຫື່ອແຮງເປັນຫຼັກ, ສ່ວນລາຍຈ່າຍ ຈ່າຍຫຼາຍຈົນໜັກໃນໃນບາງຄັ້ງ ເພາະເລື່ອງຈຳເປັນທັງນັ້ນ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ເຂົ້າໃຈກັນ ມີຄວາມສຸກ ຢູ່ໃນເກນທີ່ດີ, ສ່ວນຄົນໂສດ ຍັງຄົງຄອງໂສດຕໍ່ໄປ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button