ແຊຣ໌ໄວ້ເລີຍ ຜັກຕັ້ງໂອຫຼືຜັກຂີ້ງົວກິນຕະຫຼອດຊ່ວຍຕ້ານເຊື້ອມະເຮັງ, ປ້ອງກັນໂລກກະດູກເຊື່ອມ

ບັນຍາຍລັກສະນະພືດສາດຜັກຕັ້ງໂອຫຼືບາງທ້ອງຖິ່ນເອີ້ນວ່າຜັກຂີ້ງົວເປັນຜັກລະດູດຽວ ໃນໄລຍະຕົ້ນອ່ອນມີລຳຕົ້ນສັ້ນໆ ເມື່ອເຖິງໄລຍະອອກດອກລຳຕົ້ນຂະຫຍາຍຍາວຂຶ້ນກາຍເປັນຊໍ່ດອກ.ໃບຕັ້ງໂອ ອອກເປັນໃບດ່ຽວລຽນສະລັບຕາມລຳຕົ້ນ
ຂະໜາດໃບກວ້າງ 3-5 ຊັງຕີແມັດ, ຍາວ 5-10 ຊັງຕີແມັດ ໃບລຽບ ແລະ ບາງ, ຂອບໃບຈະເປັນຫຼ່ຽມວັກລົງເລິກ ແລະ ໃບຍາວແຕ່ກ້ານໃບເຖິງປາຍໃບ ເມື່ອເຕີບໂຕ ຮອດໄລຍະການອອກດອກ ໃບຈະນ້ອຍຍາວ ແລະ

ເປັນຫຼ່ຽມວັກລົງເລິກຫຼາຍຂຶ້ນ.ດອກຍາວເປັນວົງມົນສີຂຽວ, ກີບດອກມີສີເຫຼືອງອ້ອມດອກ ປະມານ 12-14 ກີບ, ແຕ່ລະກີບເປັນຮູບສີ່ຫຼ່ຽມ ປາຍກີບຄ້າຍຄືກັບຮູບຫົວໃຈ ຂະໜາດດອກເມືອປະມານ 3-8 ຊັງຕີແມັດ ທາງກາງດອກມີເກສອນຜູ້ ກ້ານຍາວສີເຫຼືອງອ້ອມຮອບຈຳນວນຫຼາຍ, ທາງກາງດ້ານໃນສຸດເປັນເກສອນຕົວເມຍ ແລະ ຖານດອກຮັງໄຂ່.
ບັນຍາຍການນຳໃຊ້ຖ້າກິນຕະຫຼອດບໍ່ວ່າຈະເຮັດເມນູຂົ້ວແກງລວກມັນຈະຊ່ວຍຕ້ານເຊື້ອມະເຮັງ, ຊ່ວຍແກ້ອາການຮ້ອນໃນ, ຕ້ານເລືອດອອກຕາມວ່າງແຂ້ວ, ປ້ອງກັນໂລກກະດູກເຊື່ອມ, ຊ່ວຍຍ່ອຍອາຫານ ແລະ ກະຕຸ້ນການເຮັດວຽກຂອງກະເພາະອາຫານ, ຊ່ວຍຂັບສານຜິດອອກຮ່າງກາຍ