ເພື່ອເປັນການສືບຕໍ່ສະກັດກັ້ນການລະບາດພະຍາດໂຄວິດ ໃນປະຈຸບັນ ກໍຄືຢູ່ບັນດາປະເທດໃກ້ຄຽງເພີ່ມຂຶ້ນຢ່າງແຜ່ຫຼາຍ ແລະ ເພື່ອປະຕິບັດຕາມຄໍາສັ່ງແນະນໍາຂອງຄະນະສະເພາະກິດປ້ອງກັນການລະບາດພະຍາດໂຄວິດ

ດໍາເນີນ ຝຶກອົບຮົມວິທີປ້ອງກັນ ການລະບາດພະຍາດໂຄວິດ ໃນນີ້ລວມມີ 2 ພາກ: ພາກທີດສະດີີລວມໄປເຖິງໂຄສະນາກ່ຽວກັບສາຍເຫດທີ່ພາໃຫ້ເກີດພະຍາດໂຄວິດ ແລະ ເສັ້ນທາງທີ່ສາມາດຕິດເຊື້ອພະຍາດໂຄວິດ, ວິທີການປ້ອງກັນ, ການຮັກສາຄວາມສະອາດ, ກິນສະອາດ ແລະ ຢູ່ສະອາດ, ພາກທີ່ 2 ຝຶກອົບຮົມຕົວຈິງໃນການຜະລິດຫຍິບອັດປາກໃຫ້ແກ່ຊຸມຊົນ ຜ່ານການຝຶກອົບຮົມເຫັນວ່າຊຸມຊົນສາມາດກໍາໄດ້ຄວາມຮູ້ກ່ຽວກັບການປ້ອງກັນພະຍາດໂຄວິດ ແລະ ສາມາດຜະລິດຜ້າປິດປາກດ້ວຍຕົວເອງ.
