ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຊ່ວຍດຶງນັກທ່ອງທ່ຽວ ທ່ຽວເມືອງວັງວຽງຄຶກຄື້ນ

ທາງດ່ວນ ວຽງຈັນ-ວັງວຽງ ປະກອບສ່ວນສຳຄັນສົ່ງເສີມ ລາວທ່ຽວລາວ !!
ພາຍຫລັງ ເປີດນຳໃຊ້ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ ໄດ້ມີນັກທ່ອງທ່ຽວຄົນລາວ ລັ່ງໄຫລກັນໄປທ່ຽວເມືອງວັງວຽງ ແຂວງວຽງຈັນຫລາຍຂຶ້ນ ຖືໄດ້ວ່າເປັນການກະຕຸກຊຸກຍູ້ສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ເຮັດໃຫ້ການທ່ອງທ່ຽວຂອງ ເມືອງວັງວຽງ ກໍຄື ແຂວງວຽງຈັນ ມີຄວາມຄຶກຄື້ນຂຶ້ນຕື່ມ, ທັງເປັນການກະຕຸ້ນເສດຖະກິດການທ່ອງທ່ຽວໃຫ້ຟື້ນຄືນໃນເງື່ອນໄຂໃໝ່ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19.

ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າ ແຂວງວຽງຈັນ ໄດ້ເປີດເຜີຍຕໍ່ສື່ມວນຊົນ ໃນໂອກາດ ເຂົ້າຮ່ວມກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ທີ່ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ ວ່າ: ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ພາຍຫລັງເປີດການນໍາໃຊ້ຢ່າງເປັນທາງການ ໄດ້ເປັນສ່ວນໜຶ່ງໃນການກະຕຸກຊຸກຍູ້ “ລາວທ່ຽວລາວ” ກໍຄື ເຮັດໃຫ້ນັກທ່ອງທ່ຽວພາຍໃນ ຫັນມາ ທ່ອງທ່ຽວພາຍໃນຫລາຍຂຶ້ນ, ເຮັດໃຫ້ການທ່ອງທ່ຽວພາຍໃນປະເທດ ນັບມື້ດີຂຶ້ນເປັນກ້າວໆ ໂດຍສະເພາະການທ່ອງທ່ຽວ ຢູ່ເມືອງວັງວຽງ, ແຂວງວຽງຈັນ ໃນເງື່ອນໄຂໃໝ່, ສະພາບການໃໝ່ ພາຍໃຕ້ການທ່ອງທ່ຽວ ທີ່ຕິດພັນກັບການປ້ອງກັນພະຍາດໂຄວິດ-19, ທັງເປັນການປະກອບສ່ວນເຮັດໃຫ້ການຟື້ນຟູເສດຖະກິດການທ່ອງທ່ຽວ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ໄດ້ມີບາດກ້າວດີຂຶ້ນ, ທັງເຮັດໃຫ້ປະຊາຊົນ ແລະ ຫົວໜ່ວຍທຸລະກິດການບໍລິການ-ການທ່ອງທ່ຽວ ສາມາດຟື້ນຄືນໄດ້ເປັນກ້າວໆ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດ ວາງອອກ.

ທັງນີ້, ໃນໄລຍະ 1 ປີຜ່ານມາ ແຂວງວຽງຈັນ ມີນັກທ່ອງທ່ຽວຄົນລາວ ເຂົ້າມາທ່ຽວທັງໝົດ 390.981 ເທື່ອຄົນ, ເທົ່າກັບ 51% ຂອງແຜນການທີ່ກໍານົດໄວ້ ໃນຈໍານວນ 761.381 ເທື່ອຄົນ, ມາຮອດປັດຈຸບັນ, ການເປີດນຳໃຊ້ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ໄດ້ເຮັດໃຫ້ນັກທ່ອງທ່ຽວຄົນລາວ ໄປທ່ອງທ່ຽວຢູ່ແຂວງວຽງຈັນ ໂດຍສະເພາະໄປທ່ຽວເມືອງວັງວຽງ ຫລາຍຂຶ້ນ, ອັນໄດ້ປະກອບສ່ວນ ເຮັດໃຫ້ປະຊາຊົນ ແລະ ຫົວໜ່ວຍການບໍລິການ-ການທ່ອງທ່ຽວ ໄດ້ມີລາຍຮັບດີຂຶ້ນ ເກືອບເທົ່າກັບກ່ອນມີການລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໃນແຂວງວຽງຈັນ ກໍຄື ປະຊາຊົນຊາວເມືອງວັງວຽງ ໄດ້ຮັບການຟື້ນຟູ ດີຂຶ້ນເທື່ອລະກ້າວ.
