ສາລະໜ້າຮູ້

ສັບພະຄຸນດີເລີດ…!!!ຕົ້ນມັງຄະ ປົວລິດຊີດວງທະວານ,ແກ້ພະຍາດພິດ ແລະ ພະຍາດຜິວໜັງ

ຕົ້ນມັງຄະມີສັບພະຄຸນທັງຢາທີ່ຫລາກຫລາຍເຊັ່ນ: ຮາກ ໃຊ້ຝົນແລ້ວນຳມາປະສົມກັບເຫຼົ້າດື່ມ ຫຼື ນຳມາຕົ້ມເປັນຢາຖ່າຍ. ເນື້ອໄມ້: ແກ້ພະຍາດພິດ ແລະພະຍາດຜິວໜັງ, ຕົ້ນຮົມອາຍນ້ຳເພື່ອຮັກສາຫົວລິດຊີດວງທະວານໜັກໃຫ້ແຫ້ງລົງໄດ້. ໃບໃຊ້ເປັນຢາຫຼຸດຄວາມອ້ວນ ແລະ ໃຊ້ຮັກສາພະຍາດຜິວໜັງ. ແກ່ນແກ້ອາການຮ້ອນໃນ ແລະ ນ້ຳມັນສະກັດຈາກແກ່ນໃຊ້ເປັນຢາຮັກສາພະຍາດຜິວໜັງ.

ຕົ້ນມັງຄະມີລັກສະນະພືດສາດ: ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນສູງປະມານ 25 ມ. ໃບປະສົມຂັັ້ນໜຶ່ງ, ກ້ານໃບຍາວ 3-5 ມມ. ໃບຍ່ອຍມີ 1-2 ຄູ່, ຮູບຮີ, ຮູບຂອບຂະໜານ ຫຼື ຮູບເກືອບກົມ, ຍາວ 5-20 ຊມ, ຄູ່ລຸ່ມມີຂະໜາດນ້ອຍກ່ວາຄູ່ເທິງ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ກ້ານໃບຍ່ອຍສັ້ນຫຼາຍ.

ຊໍ່ດອກອອກຕາມລຳຕົ້ນ, ກິ່ງກ້ານ ແລະ ປາຍຍອດ, ຍາວ 1.5-2.5 ຊມ. ໃບປະດັບຊໍ່ດອກຮູບຂອບຂະໜານ, ຍາວ 0.3-1 ຊມ. ໃບປະດັບດອກຮູບຂອບຂະໜານ, ຍາວ 3-4 ມມ.

ກີບດອກຮູບຫອກ, ຍາວ 5-8 ມມ. ເກສອນເພດຜູ້ມີປະມານ 10 ອັນ, ກ້ານຊູຖົງລະອອງສີຂາວ, ຖົງລະອອງຈັບເທິງຮູບໝາກໄຂ່ຫຼັງ, ສີເຫຼືອງ. ເຕົ້າໄຂ່ຮູບຮີ, ມີຂົ້ນສັ້ນນຸ້ມກະຈ່າຍຢ່າງໜາແໜ້ນ, ຄໍເຕົ້າໄຂ່ຍາວປະມານ 5 ມມ. ໝາກຮູບຮີ ຫຼື ຮູບໄຂ່, ຍາວ 2-5 ຊມ, ຜິວບໍ່ລຽບ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button