ສົງໄສບໍ່? ເປັນຫຍັງ ຕ້ອງດື່ມນ້ຳຫລັງຕື່ນນອນ

ສົງໄສບໍ່? ເປັນຫຍັງ ຕ້ອງດື່ມນ້ຳຫລັງຕື່ນນອນດັ່ງທີ່ຫຼາຍຄົນຮູ້ວ່າ ນ້ຳເປັນສິ່ງທີ່ເຮົາຂາດບໍ່ໄດ້ ແລະ ຮ່າງກາຍຂອງຄົນເຮົາຄວນມຮນ້ຳໄປຫຼໍ່ລ້ຽງຫຼາຍທີ່ສຸດໃນຮ່າງກາຍ ແຕ່ປານນັ້ນຄົນທີ່ຮູ້ວ່ານ້ຳມີປະໂຫຍດ ແຕກໍບໍ່ມັກກິນ ສຳລັບບາງຄົນ
ແລະ ການດື່ມນ້ຳທັນທີຕອນທີ່ເຮົາຕື່ນ ຫຼື ຫຼັງຈາກຕື່ນນອນ ຕອນເຊົ້ານັ້ນແມ່ນມີປະໂຫຍດຫຼາຍ ຈະຊ່ວຍໃນການດີທ໊ອກລຳໄສ້, ປັບສົມດຸນຕ່ອມນ້ຳເຫຼືອງ ຫຼຸດຄວາມສ່ຽງໃນການອັກເສບຕ່າງໆ, ກະຕຸ້ນລະບົບພູມຄຸ້ມກັນ, ກຳຈັດໄຂມັນສ່ວນເກີນ, ຊ່ວຍໃນລະບົບການສ້າງເຊວໃໝ່, ຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນ, ປ້ອງກັນມະເລັງລຳໄສ້ ແລະ ມະເລັງທໍ່ປັດສະວະ …

ນອກຈາກນັ້ນການກິນນ້ຳຢ່າງສະໝ່ຳສະເໝີ ມື້ໜຶ່ງໃຫ້ໄດ້ 8 ຈອກ ຈະເຮັດໃຫ້ຜິວພັນຊຸ່ມຊື່ນ ສົດໃສ ຫຼຸດການເກີດສິວໄດ້ນຳອີກແລະ ຍັງສາມາດບັນເທົາໄດ້ຫຼາຍອາການເລີຍສະນັ້ນຫຼັງຕື່ນນອກຄວນດື່ມນ້ຳຈັກ 2 ຈອກ ແລະ ລະຫວ່າງວັນກໍຄວນກິນນ້ຳພ້ອມ ເພື່ອສຸຂະພາບຜິວ ແລະ ຮ່າງກາຍທີ່ດີຂອງເຮົາເອງເດີ້

ແຕ່ການດື່ມນ້ຳກໍຄວນດື່ມໃຫ້ພໍດີ 2-3 ລິດຕໍ່ມື້ ບໍ່ແນະນຳໃຫ້ດື່ມກາຍນັ້ນ ເພາະອາດສົ່ງຜົນທຳຮ້າຍຮ່າງກາຍໄດ້