ສາລະໜ້າຮູ້

ອ່ານເລີຍໝາກກະຖິນ ຊ່ວຍຫຼຸດນໍ້າຕານໃນເລືອດ ບຳລຸງສາຍຕາ ເປັນຢາອາຍຸວັດທະນະ

ຮາກໃຊ້ເປັນຢາອາຍຸວັດທະນະ, ເມັດແກ່ມີສານອາຊິດສູງຈຶ່ງຊ່ວຍເສີມສ້າງ ແລະບຳລຸງກະດູກ, ຍອດອອ່ນ, ເມັດ ແລະ ດອກ ຊ່ວຍຫຼຸດລະດັບນໍ້າຕານໃນເລືອດ , ຊ່ວຍຮັກສາຄວາມດັນເລືອດສູງ,ເມັດຫມາກກະຖິນໃຊ້ເປັນຢາ ຖ່າຍພະຍາດໂຕກົມສຳລັບຜູ້ໃຫຍ່ໃຊ້ໄດ້ຄັ້ງລະ 25–50 ກຣາມ ສ່ວນເດັກ ນ້ອຍໃຊ້ໄດ້ 5-20 ກຣາມ ໂດຍໃຊ້ ຮັບປະໃນຕອນທ້ອງວ່າງຂອງຕອນເຊົ້າປະມານ 3-5 ມື້.

ອຸດົມດ້ວຍວິຕາມິນເອ ຈິ່ງຊ່ວຍບຳລຸງ ແລະຮັກສາຕາໄດ້, ຊ່ວຍບຳລຸງຫົວໃຈ, ຊ່ວຍແກ້ອາການນອນບໍ່ຫຼັບຊ່ວຍໃຫ້ ຈະເລີນອາຫານ, ຊ່ວຍແກ້ອາການຮ້ອນໃນກະ ຫາຍນໍ້າຊ່ວຍແກ້ອາການຖອກທ້ອງ,

ເມັດຫມາກກະຖິນໃຊ້ເປັນຢາ ຖ່າຍພະຍາດໂຕກົມສຳລັບຜູ້ໃຫຍ່ໃຊ້ໄດ້ຄັ້ງລະ 25–50 ກຣາມ ສ່ວນເດັກ ນ້ອຍໃຊ້ໄດ້ 5-20 ກຣາມ ໂດຍໃຊ້ ຮັບປະໃນຕອນທ້ອງວ່າງຂອງຕອນເຊົ້າປະມານ 3-5 ມື້.

ນອກຈາກນີ້ແລ້ວຫມາກກະຖິນຍັງມີສັບພະຄຸນຢ່າງຫຼວງຫຼາຍເປັນຕົ້ນແມ່ນຮາກຊ່ວຍຂັບລົມໃນລຳໄສ້,ຊ່ວຍຂັບລະດູຂາວຂອງແມ່ຍິງ, ຊ່ວຍຫຼຸດການເກີດໜິ້ວໃນກະ ເພາະອາຫານ, ບຳລຸງຕັບ, ບຳລຸງໝາກໄຂ່ຫຼັງເປັນຍາໃຊ້ຫ້າມເລືອດ ເຖິງວ່າຫມາກກະຖິນ ຈະມີປະໂຫຍດແຕ່ກໍມີໂທດໄດ້ເຊັ່ນກັນ

ເນື່ອງຈາກໃບຫມາກກະຖິນມີສານທີ່ເປັນພິດຄືສານລິວຊີນີນຫາກສັດກິນໃບກະຖິນ ໃນປະລິມານສູງອາດເຮັດໃຫ້ຂົນລົ່ນ ແລະ ເປັນໝັນໄດ້ແຕ່ຍັງບໍ່ມີລາຍງານຄວາມເປັນພິດກັບຄົນ ແລະ ຍັງມີລາຍງານວ່າ ຫມາກກະຖິນເປັນພືດທີ່ມີຄຸນສົມບັດຊ່ວຍດູດຊັບທາດຊີລີນຽມຈາກດິນມາສະສົມໄວ້ໄດ້ຫຼາຍຈິ່ງອາດເຮັດໃຫ້ເກີດພິດ ເນື່ອງ ຈາກທາດນີ້ໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button