ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ໄດ້ເປີດເຜິຍແຜນການຮັບມືກັບໄວຣັສໂຄໂຣນາ ໃນຕອນແລງວັນພະຫັດວານນີ້ ໂດຍກ່າວຢໍ້າເຖິງຄວາມຮີບດ່ວນໃນການຮັບຜ່ານຮ່າງກົດໝາຍເພື່ອຊ່ວຍໃຫ້ຊາວອາເມຣິກັນ ຜ່ານພົ້ນ ການແຜ່ລະ ບາດຂອງໂຄວິດ-19 ແລະວິກິດການດ້ານເສດຖະກິດ ທີ່ເກີດຂຶ້ນຍ້ອນພະຍາດດັ່ງກ່າວ.

ທ່ານໄບເດັນໄດ້ກ່າວໃນວັນພະຫັດວານນີ້ ຢູ່ໃນຄຳປາໄສເພື່ອນຳສະເໜີແຜນການກູ້ໄພຊາວອາເມຣິກັນໂດຍກ່າວວ່າ “ລະຫວ່າງທີ່ເກີດໂຣກລະບາດນີ້ ມີຊາວອາເມ ຣິກັນຫຼາຍລ້ານຄົນ ທີ່ເຂົາເຈົ້າບໍ່ໄດ້ເຮັດຫຍັງຜິດໄດ້ສູນເສຍກຽດສັກສີແລະຄວາມ ນັບຖື ທີ່ມາກັບເຊັກຈ່າຍເງິນ.”
ແຜນຂອງທ່ານໄບເດັນແມ່ນຮວມທັງການຈ່າຍເງິນໂດຍກົງຮອບໃໝ່ 1,400 ໂດລາໃຫ້ແກ່ຊາວອາເມຣິກັນທັງໝົດ ໃຫ້ທຶນເພື່ອສົ່ງເສີມການເປີດໂຮງຮຽນຄືນຢ່າງປອດໄພແລະເພີ້ມໂຄງການສັກຢາວັກຊີນໃນທົ່ວປະເທດ. ນອກນັ້ນແລ້ວຍັງຮວມທັງຈາກເງິນຕື່ມ 400 ໂດລາຕໍ່ອາທິດ ສຳລັບການປະກັນໄພເງິນຫວ່າງງານ ໄປຈົນຮອດເດືອນກັນຍາ.

ໃນການບັນເທົາທຸກຕໍ່ບັນດາທຸລະກິດຂະນາດນ້ອຍ ຊຶ່ງເປັນທີ່ຮູ້ກັນດີວ່າເປັນທຸລະກິດທີ່ເປັນເຈົ້າຂອງໂດຍຄົນຜີວດໍານັ້ນ ຍັງໄດ້ໃຫ້ລາຍລະອຽດຢູ່ໃນແຜນການ.
ແຜນການດັ່ງກ່າວ ຊຶ່ງທີມງານຂອງຄະນະໂອນອຳນາດໄດ້ອະທິບາຍວ່າ “ເປັນແຜນການທີ່ກະຕືລືລົ້ນ ແຕ່ກໍສາມາດບັນລຸໄດ້” ແມ່ນກະປະມານວ່າຈະມີມູນຄ່າທັງໝົດ1,900 ຕື້ໂດລາ ອີງຕາມຖະແຫຼງການທີ່ນຳອອກເຜີຍແຜ່ກ່ອນການກ່າວ ຄຳປາໄສຂອງທ່ານໄບເດັນ.

ນັ້ນແມ່ນໂຕເລກ ທີ່ສະມາຊິກພັກຣີພັບບລິກກັນກ່າວວ່າ ຫຼາຍເກີນໄປໂພດຫວ່າງ ບໍ່ດົນຜ່ານມານີ້.
ທ່ານຈອນ ຄໍນິນ (John Cornyn) ສະມາຊິກສະພາສູງພັກຣີພັບບລິກັນຈາກລັດເທັກຊັສ ໄດ້ສົ່ງຂໍ້ຄວາມທາງທວິດເຕີວ່າ “ຈື່ໄດ້ບໍວ່າແຜນການບັນເທົາທຸກໂຄວິດ-19 ຂອງທັງສອງພັກ 900 ຕື້ໂດລາ ຫາກໍເປັນກົດໝາຍໄດ້ພຽງແຕ່ 18 ມື້ກ່ອນ.”
ເທື່ອນີ້ ທ່ານໄບເດັນ ຈະມີສະພາຕ່ຳທີ່ຄວບຄຸມໂດຍພັກເດໂມແຄຣັດ ໂດຍມີສຽງ ສ່ວນຫຼາຍພຽງເລັກນ້ອຍ ແລະສະພາສູງ ທີ່ແບ່ງກັນພັກລະ 50-50 ໂດຍມີຮອງ ປະທານາທິບໍດີ ທ່ານນາງຄາມາຣາ ແຮຣິສ (Kamara Harris) ພ້ອມແລ້ວທີ່ຈະຕັດສິນຊີ້ຂາດ.

ສະມາຊິກພັກເດໂມແຄຣັດຄົນນຶ່ງ ທ່ານໂຈ ແມນຈີນ (Joe Manchin) ຈາກລັດ ແວັທເວີຈີເນຍ (West Virginia) ໃນວັນສຸກມື້ນີ້ ໄດ້ສົ່ງຂໍ້ຄວາມທາງທວິດເຕີວ່າ “ຖ້າຫາກເຊັກເງິນຊ່ວຍເຫຼືອຮອບໃໝ່ອອກໄປ ມັນຄວນແນໃສ່ ບັນດາຜູ້ທີ່ມີຄວາມຕ້ອງການ.”