ສາລະໜ້າຮູ້

ມື້​ນີ້​ເປັນ​ມື້ເປີດປະຕູແຫ່ງຄວາມລໍ່າລວຍ ຂຶ້ນ 3 ຄ່ຳເດືອນ 3 ສາ​ທຸໆ

ມື້​ວັນເສົາ,​ ວັນທີ່​ 16 ມັງກອນ​ 202 1​​ທີ່ຈະເຖິງນີ້ເປັນມື້ຂຶ້ນ3ຄ່ຳເດືອນ3 ຕາມປະເພນີແລະຄວາມເຊື່ອຖືຂອງຊາວລາວເຮົາມາແຕ່ບູຮານວ່າເປັນມື້ທີ່ມີຄວາມອີ່ມໜໍາສຳຣານທີ່ສຸດ ເປັນມື້ໄຂປະຕູເລົ້າເຂົ້າ ປະຕູເງິນ ປະຕູຄຳ ປະຕູໂຊກລາບ ປະຕູແຫ່ງຄວາມອຸດົມຮັ່ງມີ​ ດັ່ງຄຳບູຮານທີ່ກ່າວເຖິງຄວາມມະຫັດສະຈັນໃນຕຳນານຄວາມເຊື່ອຂອງຊາວລາວວ່າເປັນມື້ທີ່ : “ກົບບໍ່ມີປາກ ນາກບໍ່ມີຮູທະວານ ໝາກຂາມປ້ອມສຸກຫວານ​ ແມ່ມານທ້ອງແວບ ຄົກເປັນໝາກ ສາກເປັນໃບ ຫົວສີໄຄເປັນດອກ ກະຮອກປົ່ງເຂົາ ຜັກກະເດົາເຊົາຂົມ”​ ໂດຍໝາຍມີຄວາມໝາຍດັ່ງນີ້ :

ກົບບໍ່ມີປາກ​ : ໝາຍເຖິງກົບບໍ່ໄດ້ກິນອາຫານກໍ່ອີ່ມທິບເພາະມີເຍື່ອບາງໆສີຂາວປິດປາກຢູ່ ຫລື ອີກຄວາມໝາຍແມ່ນປິດສະໜາທັມໃຫ້ຄົນເຮົາຮັກສາສິນຮັກສາກາຍວາຈາໃຈໃຫ້ດີງາມໃນມື້ນີ້.

ນາກບໍ່ມີຮູທະວານ : ໝາຍເຖິງຄວາມອີ່ມໜໍາສຳຣານອຸດົມສົມບູນ ຫລື​ ອີກຄວາມໝາຍແມ່ນໃຫ້ຄົນເຮົາຮູ້ຈັກອ່ອນນ້ອມຖ່ອມຕົວຮູ້ຈັກສຳຣວມກາຍວາຈາໃຈອ່ອນໂຍນແຕ່ບໍ່ອ່ອນແອຄົງຄວາມສະຖານະຂອງຄວາມເປັນລູກຫລານຜູ້ດີເອົາໄວ້.

ໝາກຂາມປ້ອມສຸກຫວານ : ໝາຍເຖິງໝາກໄມ້ທີ່ມີລົດຟາດຈະກັບກາຍມີລົດຫວານໄດ້ຢ່າງອັດສະຈັນປຽບດັ່ງຄົນເຮົາຖ້າມີສິນສະມາທິປັນຍາແລ້ວຈະສາມາດນຳພາຊີວິດເຮົາກ້າວໄປເຖິງສິ່ງທີ່ດີງາມໃນຊີວິດໄດ້ໃນອະນາຄົດ.

ແມ່ມານທ້ອງແວບ : ໝາຍເຖິງໃຫ້ຄົນເຮົາຮັກສາບຸກຄະລິກກະພາບວາດຊົງອັນສະຫງ່າງາມຂອງຕົນຢ່າງສະເໝີຕົ້ນສະເໝີປາຍມີຄວາມທຸ່ນທ່ຽງແລະເຂົ້າໃຈແຈ້ງເຖິງສັດຈະທຳຂອງຊີວິດ​ແລະມີການວາງຕົນຢ່າງຖືກຕ້ອງຕາມກາລະເທສະໃນເວລາເຂົ້າສັງຄົມ.

ຄົກເປັນໝາກ​ ສາກເປັນໃບ​ ຫົວສີໄຄເປັນດອກ : ໝາຍເຖິງຄຳສອນຂອງເຖົ້າແກ່ບູຮານໃຫ້ຄົນເຮົາຮູ້ຈັກປະກອບສຳມາອາຊີບອັນບໍລິສຸ​ດ​ ມີຄວາມດຸໝັ່ນຂະຫຍັນພຽນ ປະກອບວຽກງານອັນໃດໃຫ້ເກີດດອກອອກຜົນມີຄວາມສຳເລັດທີ່ດີງາມ.​

ກະຮອກປົ່ງເຂົາ : ໝາຍເຖິງໃຫ້ຄົນເຮົາກຳຈັດຄວາມໂງ່ເຂົາດ້ວຍການດຸໝັ່ນສຶກສາຫາຄວາມຮູ້ປະດັບຕົວ​ ແລະ​ ຮູ້ນຳໃຊ້ຄວາມຮູ້ຄວາມສາມາດສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການພັດທະນາ.​

ຜັກກະເດົາເຊົາຂົມ : ໝາຍເຖິງຄົນເຮົາຕ້ອງເຂົ້າໃຈສັດຈະທຳຂອງຊີວິດ ແລະ​ ຮູ້ວິທີທາງໃນການດັບໄຟກິເລດຕັນຫາຕ່າງໆໃນຊີວິດຄືຮູ້ຫົນທາງການພົ້ນທຸກຕາມຄຳສອນຂອງພຣະພຸດທະເຈົ້າຜູ້ຕັສສະຮູ້ຊອບດ້ວຍພຣະອົງເອງ.

ວິທີຈັດໂຕະບູຊາຂໍພອນເທວະດາຕາມຮີດຄອງລາວໃນມື້ຂຶ້ນ3ຄ່ຳເດືອນ3ແມ່ນມີດັ່ງນີ້ :

1 ພຣະພູດທະຮູບປາງອຸ້ມບາດ​ ຫລື​ ປາງໃດກໍ່ໄດ້ເພື່ອສື່ຄວາມໝາຍເຖິງຕົວແທນຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າຜູ້ເປັນຄູຜູ້ສັ່ງສອນເທວະດາແລະມະນຸດທັງຫລາຍ(ຖ້າມີ)

2 ຮູບປັ້ນຊ້າງ,​ ມ້າ, ງົວ,​ ຄວາຍ(ຖ້າມີ)

3 ໝາກເບັງ9ກາບ1ຄູ່

4 ໝາກໄມ້7ຫລື9ຊະນິດ​ ແລະ ດອກໄມ້7ຫລື9ສີ

5 ເງິນໃຫມ່7ຫລື9ໃບ ແລະ ກະເປົາເງິນ(ຖ້າມີ)

6 ທູບ7ຫລື9ສີ​ ແລະ​ ທຽນ7ຫລື9ສີ

7 ຈອກໃສ່ນ້ຳດື່ມບໍລິສຸດ3ຈອກ ແລະ ໃສ່ນ້ຳຊາຕົ້ມ3ຈອກ.

​8 ຕິບເຂົ້າຫລືໝໍ້ເຂົ້າໃສ່ເຂົ້າສຸກ1ຕິບຫລື1ໝໍ້

9 ແຕ່ງຂັນ5 ແລະ ຂັນ8

10 ຂຽນລາຍຊື່ຄົນໃນຄອບຄົວໃສ່ເຈ້ຍເພື່ອອ່ານຂໍພອນ.

11 ສະຖານທີ່ຈັດບູຊາຈະຕັ້ງພິທີໃນກາງເຮືອນຫລືໜ້າບ້ານກໍ່ໄດ້ຕາມຄວາມສະດວກຂອງຜູ້ເຮັດພິທີ.

12 ເວລາບູຊາແມ່ນສາມາດເລືອກໄດ້ຕາມຄວາມສະດວກຊ່ວງເວລາໃດເວລາໜຶ່ງເຊັ່ນ : ຊ່ວງເຊົ້າໃນລະຫວ່າງ​ເວລາ​3:00ໂມງເຊົ້າ-6:00ໂມງເຊົ້າ ຫລື ຊ່ວງບ່າຍ-ແລງແມ່ນໃນລະຫວ່າງເວລາ 15:00ໂມງ-18:00ໂມງ ຫລື​ ຊ່ວງເດິກແມ່ນໃນລະຫວ່າງເວລາ 21:00ໂມງ-24:00ໂມງ.

ແອດມິນຂໍອວຍພອນໃຫ້ທຸກທ່ານໂຊກດີ​ໃນພິທີສຳຄັນທາງຮີດຄອງປະເພນີລາວບູຮານທີ່ມີຕຳນານອັນພົ້ນເດັ່ນດີງາມດັ່ງກ່າວມາແລ້ວໃນມື້ນີ້ເຖີດສາທຸສາທຸສາທຸອະນຸໂມທາມິ ພ້ອມດຽວກັນນີ້ຂໍຖືໂອກາດເຊີນຊວນໃຫ້ທຸກທ່ານຊ່ວຍກັນຮັກສາຮີດຄອງທີ່ດີງາມນີ້ໃຫ້ຍືນຍົງຕະຫລອດໄປ​.​

Related Articles

Leave a Reply

Your email address will not be published. Required fields are marked *

Back to top button