ສາລະໜ້າຮູ້

ໜຸ່ມໄວ 37 ປີ ປູກຫອມບົ່ວປົດໜີ້ 20 ລ້ານບາດໃຫ້ຄອບຄົວສຳເລັດ ໃຊ້ເວລາພຽງ 4 ປີ

ມື້ນີ້, ແອັດມິນ ຈະມານຳສະເໜີ ບົດຄວາມດີໆ ຈາກປະເທດເພື່ອນບ້ານ ແອັດເຊື່ອວ່າ ບົດຄວາມນີ້ ຈະໃຫ້ຂໍ້ຄິດ ແລະ ແນວທາງທີ່ດີ ສຳລັບຜູ້ທີ່ມີອາຊີບເປັນຊາວກະສິກຳ ຫຼື ຜູ້ທີ່ຕ້ອງການຢາກມີລາຍໄດ້ເສີມ ເພື່ອຈຸນເຈືອຄອບຄົວ. ດັ່ງເລື່ອງລາວຂອງທ່ານ ໂສພົນວິດ ແຊ່ລິ້ມ ຫຼື ວັນ ໜຸ່ມກະສິກອນ ໄວ 37 ປີ ຊາວຈັງຫວັດລາດຊະບູລີຄົນນີ້

ໂສພົນວິດ ຫຼື ວັນ ໄດ້ໃຫ້ການສຳພາດຜ່ານເສັ້ນທາງເສດຖີອອນໄລນ໌ ເວັບດັງໜຶ່ງຂອງປະເທດໄທວ່າ: ເມື່ອກ່ອນຄອບຄົວ ມີອາຊີບປູກອ້ອຍ ຈົນມາຮອດປີ 1997 ເກີດວິກິດທາງເສດຖະກິດຂາຍອ້ອຍບໍ່ໄດ້, ເນື່ອງຈາກໂຮງງານນໍ້າຕານປິດ. ທາງຄອບຄົວຫຼຸດປະລິມານການປູກອ້ອຍລົງ ແລ້ວຫັນມາປູກພືດຜັກສວນຄົວທົດແທນເຊັ່ນ: ຫົວຜັກກາດຂາວ (ໄຊເທົ້າ), ຜັກກາດນາ (ຄະນ້າ), ມັນຕົ້ນ ແລະ ຫອມບົ່ວ

ສຳລັບພື້ນທີ່ການປູກອ້ອຍຂອງຄອບຄົວມີ ປະມານ 500 ໄລ່ ເຊິ່ງກ່ອນໜ້ານັ້ນ ແມ່ນຍັງຮຽນໜັງສື ຍັງບໍ່ທັນເຂົ້າມາຊ່ວຍວຽກຄອບຄົວ. ຈົນມາເຖິງປີ 2003 ຈຶ່ງຮູ້ວ່າພໍ່ແມ່ເປັນໜີ້ໃນ ແລະ ນອກລະບົບສູງເຖິງ 20 ລ້ານບາດ. ຈາກນັ້ນ ຕົນກໍ່ຕັ້ງປະຕິພານກັບຕົນເອງວ່າ ໃນຖານະເປັນລູກຊາຍຄົນທີ 2 ຂອງຄອບຄົວ ຈະຊ່ວຍປົດໜີ້ໃຫ້ຄອບຄົວໃຫ້ໄດ້.

ໜຸ່ມວັນກ່າວອີກວ່າ: ຫຼັງຈາກຮຽນຈົບ ສາຂາວີິຊາການຕະຫຼາດ, ມະຫາວິທະຍາໄລຫໍການຄ້າໄທ. ເຊິ່ງໄລຍະທຳອິດ ປະຕິເສດການເປັນຊາວກະສິກຳຕາມຮອຍພໍ່ ແຕ່ເລືອກທີ່ຈະເຮັດວຽກກິນເງິນເດືອນເຊັ່ນ: ຂາຍປະກັນ ແລະ ຂາຍສົ່ງສິນຄ້າອຸປະໂພກ-ບໍລິໂພກ. ຂະນະທີ່ທຸລະກິດຂາຍສົ່ງກຳລັງໄປດ້ວຍດີ ແຕ່ພັດເກີດເຫດການສຳຄັນຍທີ່ຕ້ອງເຮັດໃຫ້ເປັນຊາວກະສິກຳ ທຸກວັນນີ້

ຈຸດທີ່ພິກຜັນໃຫ້ເປັນຊາວກະສິກຳ ເນື່ອງຈາກອ້າຍ ໃຫ້ມາຂາຍຜັກຊ່ວຍ ເພາະເອື້ອຍໃພ້ແພ້ທ້ອງ ຕ້ອງກັບໄປລາດຊະບູລີ.ໄລຍະນັ້ນເຖິງໄດ້ຮູ້ວ່າຄອບຄົວເປັນໜີ້ 20 ລ້ານບາດ. ຈາກນັ້ນ, ໄດ້ຕັ້ງໃຈວ່າ ຂະຊ່ວຍປົດໜີ້ໃຫ້ໄດ້ ໂດຍເລີ່ມຈາກການຫາລາຍໄດ້ເພີ່ມ ດ້ວຍການນຳເອົາຜົນຜະລິດມາຄອບຄົວ ໂດຍສະເພາະຫອມບົ່ວໄປຂາຍ ເພາະບໍ່ຕ້ອງໄປເລີ່ມທຸລະກິດໃໝ່.

ວັນບອກວ່າ ກ່ອນຈະລົງມືເຮັດອັນໃດ ຈະມີການວາງແຜນໄວ້ກ່ອນ ເພາະຄອບຄົວ ກໍ່ປູກຫອມບົ່ວຢູ່ແລ້ວ ພຽງແຕ່ບໍ່ໄດ້ວາງແຜນການຕະຫຼາດທີ່ດີ. ຈາກນັ້ນ, ຕົນກໍ່ມາບໍລິຫານ ບໍ່ໃຫ້ຜ່ານພໍ່ຄ້າມືກາງ ໄປສົ່ງຕະຫຼາດເອງ. ປາກົດວ່າພາຍໃນ 2 ປີທຳອິດ ຂາຍຫອມບົ່ວໄດ້ມື້ລະ 3 ໂຕນ ເນື່ອງຈາກຄອບຄົວປູກຫຼາຍ

ວັນບອກວ່າ ກ່ອນຈະລົງມືເຮັດອັນໃດ ຈະມີການວາງແຜນໄວ້ກ່ອນ ເພາະຄອບຄົວ ກໍ່ປູກຫອມບົ່ວຢູ່ແລ້ວ ພຽງແຕ່ບໍ່ໄດ້ວາງແຜນການຕະຫຼາດທີ່ດີ. ຈາກນັ້ນ, ຕົນກໍ່ມາບໍລິຫານ ບໍ່ໃຫ້ຜ່ານພໍ່ຄ້າມືກາງ ໄປສົ່ງຕະຫຼາດເອງ. ປາກົດວ່າພາຍໃນ 2 ປີທຳອິດ ຂາຍຫອມບົ່ວໄດ້ມື້ລະ 3 ໂຕນ ເນື່ອງຈາກຄອບຄົວປູກຫຼາຍ

ປັດຈຸບັນ, ພື້ນທີ່ໃນການປູກຫອມບົ່ວ ປະມານ 300 ໄລ່ ນອກນັ້ນ, ໃນຈຳນວນນີ້ ມີເຄືອຂ່າຍເລັກນ້ອຍ. ຈາກນັ້ນ, ກໍ່ປູກສະຫຼັບກັບຜັກສວນຄົວຊະນິດອື່ນນຳ. ຫອມບົ່ວ 1 ໄລ່ ຈະໃຫ້ຜົນຜະລິດປະມານ 2 ໂຕນຕໍ່ວັນ, ປ້ອນຕະຫຼາດສົ່ງບັນດາສາຂາຕ່າງໆ 9 ໂຕນ/ວັນ.

ສຳລັບຕົນທຶນໃນການປູກຫອມບົ່ວ ປະມານ 20.000 ບາດຕໍ່ໄລ່ ເຊິ່ງລາຄາຫອມບົ່່ວ ກໍ່ຂຶ້ນລົງຕາມລະດູການ ແລະ ລາຄາຕະຫຼາດ ຈະມີຕັ້ງແຕ່ 5-150 ບາດ/ກິໂລ. ການເກັບຫອມບົ່ວ ຈະຈ້າງຄົນງານໃນໝູ່ບ້ານມາເກັບ ແລະ ລ້າງ ກ່ອນນຳມາມັດ, ມັດລະ 1 ກິໂລກຣາມ ເພື່ອນໍາໄປສົ່ງຂາຍໃນຕະຫຼາດ ໂດຍບໍ່ຜ່ານພໍ່ຄ້າຄົນກາງລວມເຖິງສົ່ງອອກຕ່າງປະເທດ ໃນລັກສະນະຕົວແທນຈຳໜ່າຍ

ສຳລັບພັນຫອມບົ່ວ ຈະໃຊ້ເປັນພັນຂຽວ ໃຫ້ຜົນຜະລິດສູງ ບໍ່ຄ່ອຍກາຍສາຍພັນ ເຊິ່ງລາຄາປະມານກິໂລລະ 10-100 ບາດ. ຂະບວນການປູກຈະໃຊ້ຫອມບົ່ວ ປະມານ 60-80 ກິໂລ/ 1ໄລ່ ກ່ອນນຳໄປປູກ ຕັດຮາກອອກເລັກນ້ອຍ ແລ້ງປັກລົງດິນລິກພໍປະມານ ຈາກນັ້ນ,ນຳເຟືອງມາປົກໄວ້. ຫົດນໍ້າໃຫ້ຊຸ່ມ

ການກະກຽມດິນ ແປງໜານຂະໜາດຍາວ 1 ແມັດ, ໄລຍະຫ່າງຕົ້ນຕໍ່ຕົ້ນປະມານ 15 ຊັງຈີແມັດ.ຫອມບົ່ວເປັນພືດມັກດິນຜູຜຸ່ຍ, ການໃຫ້ນໍ້າແມ່ນມື້ລະ 2 ຄັ້ງ. ສ່ວນການຮັກສາ ກ່ອນປູກໃສ່ປຸ໋ຍບຳລຸງດິນ ໃຫ້ໃສ່ປຸ໋ຍຄອກ ຫຼື ປຸ໋ຍໝັກຊີວະພາບ ຫຼື ປຸ໋ຍເຄມີ. ຖ້າເປັນປຸ໋ຍເຄມີແມ່ນໃຫ້ໃຊ້ສູດ 16-10-10 ໃສ່ໃຫ້ທົ່ວສະເລ່ຍ 50 ກິໂລ/1 ໄລ່. ຫຼັງປູກໄປໄດ້ 25 ວັນ ໃຫ້ໃສ່ປຸ໋ຍສູດ 16-10-10 ໃສ່ໃຫ້ທົ່ວປະມານ 50 ກິໂລ/1ໄລ່

ການເກັບກ່ຽວ ແລະ ຈຳໜ່າຍຫອມບົ່ວ ສາມາດເກັບ ແລະ ອອກຈຳໜ່າຍໄດ້ດີຕ້ອງມີອາຍຸ 40-45 ວັນ ຫຼັງຫານປູກ, ເພາະຜັກຈະໃຫຍ່ເຕັມທີ່,ໃບຂຽວສົດ. ສຳລັບຄວາມເປັນໄປໄດ້ ໃນການປູກ ແລະ ຂາຍຫອມບົ່ວໃຫ້ໄດ້ເງິນແສນ ໃຊ້ເວລາ 45 ວັນ. ເຊິ່ງໄລຍະພຽງ 4 ປີ ໜຸ່ມໄວ 37 ປີ ສາມາດປູກຫອມບົ່ວ ປົດໜີ້ໄດ້ສູງເຖິງ 20 ລ້ານບາດ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button