ສາລະໜ້າຮູ້

ດວງລາຍວັນປະຈຳວັນທີ 17 ມັງກອນ 2021 ການງານ,ການເງິນ,ຄວາມຮັກ

ເຊັກດວງລາຍວັນປະຈຳວັນທີ 17 ມັງກອນ 2021 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :

1. ຄົນທີ່ເກີດວັນອາທິດ

+ ດ້ານການງານ ມີເກນ ເຮັດວຽກໜັກ ລະວັງມີບັນຫາທາງສຸຂະພາບ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີພໍສົມຄວນ ພໍໄດ້ຍິ້ມອອກແດ່, ສ່ວນລາຍຈ່າຍ ຈ່າຍລາຍວັນໄປເລື້ອຍໆ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ໝັ້ນຄົງດີບໍ່ມີບັນຫາໃຫ້ໜັກໃຈ, ສ່ວນຄົນໂສດ ຍັງຄົງຄອງໂສດຕໍ່ໄປມື້ນີ້.

2. ຄົນທີ່ເກີດວັນຈັນ

+ ດ້ານການງານ ມີເກນ ເກີດການປ່ຽນແປງສະຖານທີ່ເຮັດວຽກການຮັບຜິດຊອບຕ່າງໆ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆ ຈາກເຫື່ອແຮງເປັນຫຼັກ, ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຮັກກັນຄືວັນວານຜ່ານມາ, ສ່ວນຄົນໂສດ ຍັງຢູ່ກັບຄວາມໂສດຕໍ່ໄປ.

3. ຄົນທີ່ເກີດວັນອັງຄານ

+ ດ້ານການງານ ມີເກນ ເຮັດວຽກເລື້ອຍໆ ການງານດຳເນີນໄປດ້ວຍດີ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກງານເປັນຫຼັກ, ສ່ວນລາຍຈ່າຍ ຈ່າຍລາຍວັນທົ່ວໄປ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຮັກ ແລະ ດູແລກັນດີສະເໝີມາ, ສ່ວນຄົນໂສດ ມີເກນ ມີຄົນດີເຂົ້າມາຮັກ.

4. ຄົນທີ່ເກີດວັນພຸດ

+ ດ້ານການງານ ມີເກນ ຮັບຜິດຊອບວຽກໃຫມ່ ທີ່ທ້າທາຍຕໍ່ຄວາມສາມາດຂອງທ່ານ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີຫຼາຍຊ່ອງທາງ, ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆແບບບໍ່ສາມາດຫຼີກລ່ຽງໄດ້

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ຈິດໃຈຫວັ່ນໄຫວໄປຕາມສະພາບແວດລອ້ມ, ສ່ວນຄົນໂສດ ຍັງຄົງຄອງໂສດຕໍ່ໄປອີກບໍ່ດົນ.

5. ຄົນທີ່ເກີດວັນພະຫັດ

+ ດ້ານການງານ ມີເກນ ດວງຟ້າເປີດ ເຮັດຫຍັງກໍມີໂອກາດໄດ້ດັ່ງໃຈຫວັງ

+ ດ້ານການເງິນ ມີເກນ ລາຍໄດ້ລາບລື່ນດີ ລາຍໄດ້ເຂົ້າມາເລື້ອຍໆ, ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆເຊັ່ນກັນ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ດຳເນີນ ແລະ ພັດທະນາໄປເລື້ອຍໆ, ສ່ວນຄົນໂສດ ຍັງຄົງຄອງໄປອີກດົນ.

6. ຄົນທີ່ເກີດວັນສຸກ

+ ດ້ານການງານ ມີເກນ ເຮັດວຽກໄປເລື້ອຍໆ ເຮັດວຽກຫນັກພໍສົມຄວນ ເພາະຢາກໃຫ້ຜົນງານອອກມາດີ

+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກ ແລະ ເຫື່ອແຮງເປັນຫຼັກ ສ່ວນລາຍຈ່າຍ ຈ່າຍລາຍວັນທົ່ວໄປ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນເຂົ້າໃຈກັນ ແລະ ກັນດີ, ສ່ວນຄົນໂສດ ມີເກນຈະໄດ້ພົບຮັກແທ້ໃນອີກບໍ່ດົນ.

7. ຄົນທີ່ເກີດວັນເສົາ

+ ດ້ານການງານ ມີເກນ ເກີດການປ່ຽນແປງໃນທາງທີ່ດີຂື້ນ

+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາເລື້ອຍໆຕໍ່ເນື່ອງຈາກວຽກງານ, ສ່ວນລາຍຈ່າຍ ຈ່າຍຫຼາຍໃນບາງຄັ້ງຄາວ

+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ເຂົ້າໃຈກັນ ຮັກກັນຄືວັນວານຜ່ານມາ, ສ່ວນຄົນໂສດ ຍັງຄົງຄອງໂສດໄປອີກໄລຍະໜື່ງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button