ຂ່າວຕ່າງປະເທດ

ຊາວອິນເດຍ​ຫລາຍ​ຊີວິດ​ນັບລ້ານ ຮ່ວມລ້າງບາບ ຢູ່ແມ່ນ້ຳຄົງຄາ ໂດຍບໍ່ຢ້ານໂຄວິດ

ຊາວ​ຮິນ​ດູ​ຫລາຍ​ຊີວິດ​ມາ​ລວມຕົວ​ກັນ​ຢູ່​ເມືອງ Haridwar ປະ​ເທດ​ອິນ​ເດຍ ​ເພື່ອ​ຍ່າງ​ລົງ​ແມ່ນ້ຳຄົງ​ຄາ ​ເຊິ່ງຖື​ເປັນ​ແມ່ນ້ຳສັກສິດ​ຂອງ​ຊາວ​ຮິນດູ ​ໃນ​ວັນ​ທີ 14 ມັງກອນ ​ເຊິ່ງ​ເປັນ​ມື້ທຳ​ອິດ​ຂອງ​ພິທີ​ອາບນ້ຳຊຳລະ​ລ້າງບາບ​ມະຫາ​ກຸມພະ​ເມ​ລາ ທ່າມກາງ​ຄວາມ​ໜາວ​ເຢັນ ​ແລະ ວິ​ກິດ​ພະຍາດ​ລະບາດ​ໃຫຍ່ ​ເຊິ່ງອິນ​ເດຍມີ​ຜູ້​ຕິດ​ເຊື້ອ 10 ລ້ານ​ກວ່າ​ຄົນ ສູງ​

ສຸດ​ອັນ​ດັບ 2 ຂອງ​ໂລກ ​ແລະ ມີ​ຜູ້​ເສຍ​ຊີວິດ​ແລ້ວ 150.000 ກວ່າ​ຄົນ. ຜູ້​ຮ່ວມ​ພິທີ​ສ່ວນ​ຫລາຍ ​ເຊິ່ງມີ​ອາຍຸ​ແຕ່ 3 ປີ ຈົນ​ເຖິງ 80 ປີ ຕ່າງ​ບໍ່​ໃສ່​ຜ້າ​ປິດ​ປາກ-ດັງ ​ແລະ

ບໍ່​ມີ​ການ​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ.ຕຳຫລວດ​ອາວຸ​ໂສ​ຄົນ​ໜຶ່ງ ລະບຸ​ວ່າ: ​ໃນ​ວັນ​ທີ 14 ມັງກອນ ມີ​ປະຊາຊົນ​ມາ​ເຮັດ​ພິທີ​ລ້າງບາບ​ປະມານ 5 ​ແສນ – 1 ລ້ານ​ຄົນ ​ເຊິ່ງ​ເຈົ້າ

ໜ້າ​ທີ່​ພະຍາຍາມ​ເຕືອນ​ໃຫ້​ປະຊາຊົນ​ໃສ່​ຜ້າ​ປິດ​ປາກ-ດັງ​ແລ້ວ, ​ແຕ່​ບໍ່​ເປັນ​ຜົນ. ​ເຖິງ​ວ່າ​ຜູ້​ຈັດ​ງານ​ຈະ​ດຳ​ເນີນ​ມາດ​ຕະການ​ປ້ອງ​ກັນ​ພະຍາດ​ລະບາ​ດຢ່າງ​ຄົບ​ຖ້ວນ ​ແລະ ​ເຊື່ອ​ວ່າ​ ເຈົ້າ​ແມ່​ຄົງ​ຄາ​ຈະ​ຊ່ວຍ​ຄຸ້ມ​ຄອງ​ຊາວ​ຮິນ​ດູ​ເຫລົ່າ​ນີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button