ຂ່າວທົ່ວໄປ

ປກສ ເມືອງນາຊາຍທອງ ສຶກສາອົບຮົມສາວຂາຍປະເວນີ 28 ຄົນ ພ້ອມເຈົ້າຂອງຮ້ານ 9 ຮ້ານ

ສຶກສາອົບຮົມສາວຂາຍປະເວນີ 28 ຄົນ ພ້ອມເຈົ້າຂອງຮ້ານ 9 ຮ້ານ

ໃນຕອນບ່າຍຂອງວັນທີ 14 ມັງກອນ 2020, ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນວ ໄດ້ສຶກສາອົບຮົມເຈົ້າຂອງຮ້ານອາຫານ ແລະ ຮ້ານກີນດື່ມທີ່ແອບແຝງການຄ້າຂາຍປະເວນີ ຈໍານວນ 9 ຮ້ານ ພ້ອມດ້ວຍສາວຂາຍປະເວນີຈໍານວນ 28 ຄົນ,ໃນນີ້ ມີເຈົ້າຂອງຮ້ານທັງໝົດ 9 ຄົນ, ຊາຍ 3 ຄົນ ທີ່ຖືກກັກຕົວໄດ້ໃນວັນທີ 13 ມັງກອນ 2020

ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈເຖິງລະບຽບກົດໝາຍໂດຍສະເພາະແມ່ນກົດໝາຍອາຍາມາດຕາ 254 ວ່າດ້ວຍການຄ້າປະເວນີຂອງບຸກຄົນອື່ນ ແລະ ກົດໝາຍອາຍາມາດຕາ 260 ວ່າດ້ວຍການຂາຍປະເວນີ; ພ້ອມທັງໃຫ້ຢຸດເຊົາພຶດຕິກໍາດັ່ງກ່າວທັນທີ.

ໃນການສຶກສາອົບຮົມໃນຄັ້ງນີ້, ພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ບຸກຄົນໃດຫາກຫາລາຍໄດ້ດ້ວຍການຄ້າປະເວນີ ຈະໃນຮູບການໃດກໍຕາມ ຈະຖືກລົງໂທດຕັດອິດສະລະພາບແຕ່ 6 ເດືອນຫາ 3 ປີ ແລະ ຖືກປັບໃໝແຕ່ 5.000.000 ກີບຫາ10.000.000 ກີບ; ແລະ ບຸກຄົນໃດຫາກຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມ ຈະຖືກລົງໂທດຕັດ

ອິດສະລະພາບແຕ່ 3 ເດືອນຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 50.000 ກີບຫາ 500.000 ກີບ ( ໂດຍອີງໃສ່ກົດໝາຍ ແລະ ນິຕິກໍາໃນຂົງເຂດການປົກຄອງ ແລະ ຍຸຕິທໍາ ປີ 2011; ພ້ອມທັງ ບອກໃຫ້ເຂົາເຈົ້າຢຸດເຊົາຕໍ່ພຶດຕິກໍາດັ່ງກ່າວ ຫັນມາປະກອບອາຊີບທີ່ສຸດຈະລິດເປັນຄົນດີຂອງສັງຄົມ.

ໃນຕອນທ້າຍພັທ ບຸນກອງ ພົມມະວົງສາ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ຜູ້ຊື້ນໍາພະແນກຕໍາຫຼວດ ຍັງໄດ້ຮຽກຮ້ອງໃຫ້ບັນດາຊາຍໜຸ່ມ, ຍິງສາວທີ່ມາຈາກຕ່າງແຂວງ, ນັບທັງໃນຕົວເມືອງ ທີ່ມີຈຸດປະສົງມາຊອກຫາວຽກເຮັດງານທໍາ ຢູ່ນະຄອນຫຼວງວຽງຈັນ ຈົ່ງມີສະຕິເຄົາລົບຕໍ່ລະບຽບກົດໝາຍ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button