ຂ່າວຕ່າງປະເທດ
ປະທານາທິບໍດີລັດເຊຍ ກ່າວວ່າ ວັດຊີນປ້ອງກັນໂຄວິດ ຂອງລັດເຊຍດີທີ່ສຸດໃນໂລກ

ລາຍງານຂ່າວຈາກຕ່າງປະເທດວັນທີ 16 ມັງກອນນີ້ ໃຫ້ຮູ້ວ່າ ປະທານາທິບໍດີ ປູຕີນ ກ່າວວ່າ ວັກຊີນປ້ອງກັນໂຄວິດ-19 ຂອງລັດເຊຍ ດີທີ່ສຸດໃນໂລກ. ໃນກອງປະຊຸມວັນທີ 13 ມັງກອນ ທ່ານ ປູຕິນຊີ້ນຳໃຫ້ຄະນະລັດຖະບານວ່າ “ຂ້າພະເຈົ້າຮຽກຮ້ອງສັກວັກຊີນໃຫ້ປະຊາຊົນໃນອາທິດຈະມານີ້. ວັກຊີນລັດເຊຍເປັນວັກຊີນທີ່ດີທີ່ສຸດໃນໂລກ. ຂອບໃຈ

ພະເຈົ້າ, ວັກຊີນຂອງພວກເຮົາບໍ່ໄດ້ຮຽກຮ້ອງເງື່ອນໄຂເຄັ່ງຄັດໃນການຂົນສົ່ງ ຄືກັບວັກຊີນອື່ນໆ, ມັນງ່າຍດາຍ ແລະ ປະສິດທິພາບດີກວ່າ”.ທ່ານ ຮອງນາຍົກລັດຖະມົນຕີ

ລັດເຊຍ atyana Golikova ໄດ້ແຈ້ງໃຫ້ ປະທານາທິບໍດີ ປູຕີນຮູ້ວ່າ ລັດເຊຍ ຈະເລີ່ມສັກວັກຊີນ ຕ້ານໂຄວິດ-19 ເປັນວົງກວ້າງແຕ່ວັນທີ 18 ມັງກອນເປັນຕົ້ນໄປ. ແຕ່ການເລີ່ມຕົ້ນສັກວັກຊີນຢ່າງເປັນທາງການນັ້ນ ແມ່ນເລີ່ມແຕ່ເດືອນທັນວາ ປີກາຍເປັນຕົ້ນມາແລ້ວ.