ລາຍງານງົບປະມານ ແລະ ລາຍຈ່າຍຕ່າງໆທີ່ໃຊ້ເຂົ້າໃນໜ້າວຽກໄລຍະຕ້ານພະຍາດໂຄວິດ-19 ສັງລວມໄດ້ 180 ຕື້ກີບ ຈາກ 117 ພາກສ່ວນ.

ໃນຕອນບ່າຍຂອງ ວັນທີ 12 ມັງກອນ 2021ທີ່ຜ່ານມາ , ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງ ການເງິນ, ຖະແຫລງຂ່າວກ່ຽວກັບວຽກງານພາລາທິການ ງົບປະມານ ແລະ ລາຍຈ່າຍຕ່າງໆ ທີ່ໃຊ້ເຂົ້າໃນໜ້າວຽກໄລຍະຕ້ານພະຍາດໂຄວິດ-19

ລົດ ຮັບ-ສົ່ງຄົນເຈັບ ແບບລົດຕູ້ມີອຸປະກອນພື້ນຖານ (Ambulance Basic Van) ຈໍານວນ 7 ຄັນ (Toyota Hiace ສີຂາວ)ມູນຄ່າ: 3,934,672,200 ກີບ ເຊິ່ງຈະແຈກຢາຍໃຫ້ ດັ່ງນີ້: ໂຮງໝໍມະໂຫສົດ, ຜົ້ງສາລີ, ຫຼວງນໍ້າທາ, ຫົວພັນ ໄຊຍະບູລີ, ໄຊສົມບູນ, ເຊກອງ ແລະ ອັດຕະປື ແຂວງລະ 01 ຄັນ.
ລົດ ຮັບ-ສົ່ງຄົນເຈັບ ແບບລົດຕູ້ມີອຸປະກອນຄົບຊຸດ (Ambulance Advance Van) ຈໍານວນ 2 ຄັນ ເຊິ່ງຈະມອບໃຫ້ໂຮງໝໍ 103 ກອງທັບ 01 ຄັນ, ໂຮງໝໍເຊດຖາທິຣາດ 01 ຄັນ.
ລົດ ຮັບ-ສົ່ງຄົນເຈັບ ແບບລົດຕູ້ໃຊ້ສະເພາະ ຮັບ-ສົ່ງ ຄົນເຈັບທີ່ຕິດ COVID-19 (Ambulance van for COVID) ຈໍານວນ 1 ຄັນ ມອບໃຫ້ໂຮງໝໍ ມິດຕະພາບ ໄດ້ຈັດພິທີມອບ-ຮັບ ລົດຮັບ-ສົ່ງຄົນເຈັບ ແບບລົດຕູ້ມີອຸປະກອນພື້ນຖານ (Ambulance Basic Van) ຈໍານວນ 7 ຄັນ, ສໍາລັບລາຍການທີ່ 2 ແລະ 3 ແມ່ນຈະໄດ້ສົ່ງມອບໃນຕົ້ນເດືອນ ມັງກອນ 2021, ນອກນັ້ນຍັງໄດ້ນໍາໃຊ້ງົບປະມານຈາກລັດຖະບານ ເພື່ອຈັດຊື້-ຈັດຫາ ຢາປົວພະຍາດ ແລະ ເຄື່ຶອງ ອຸປະກອນການແພດທີ່ຈໍາເປັນໃນວຽກງານຕ້ານ ການລະບາດຂອງ ພະຍາດ COVID-19.

ນອກຈາກນີ້, ຍັງໄດ້ຮັບເຄື່ອງຊ່ວຍເຫຼືອ ເລີ່ມແຕ່ວັນທີ 19 ກຸມພາ ຫາ ວັນທີ 20 ທັນວາ 2020 ມູນຄ່າຂອງການຊ່ວຍເຫຼືອມີຄື: ທັງໝົດໝົດຈໍານວນ 185 ຄັ້ງ ຈາກ 117 ພາກສ່ວນ ມີມູນຄ່າ ການຊ່ວຍເຫຼືອທັງໝົດ 40,298,610,069 ກີບ, 12,578,203 ໂດລາສະຫະລັດ, 3,260,000 ບາດ, 820,308 ຢວນ ແລະ 107,742,900 ເຢັນ.
ໃນນັ້ນມູນຄ່າການຊ່ວຍເຫຼືອ ເປັນອຸປະກອນທັງໝົດມີ 34,067,453,243 ກີບ; 4,836,591 ໂດລາສະຫະລັດ ແລະ 363,280 ຢວນ. (ຖ້າຄິດໄລ່ເປັນສະກຸນເງິນກີບ ມີມູນຄ່າປະມານ 180 ຕື້ ກວ່າກີບ).