ຂ່າວທົ່ວໄປ
ເສົ້າໃຈແທ້ໆ! ລົດໂດຍສານເກີນຂະໜາດປີ້ນທີ່ເມືອງທ່າປາງທອງ ເສຍຊີວິດ 2 ເຈັບ 30 ຄົນ (ມີຄລິບ)

ສະຫວັນນະເຂດ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 9:00 ອ້າຍນ້ອງທະຫານ ກອງພັນທີ່ 4 ໄດ້ອອກຊ່ວຍເຫຼືອ ອຸປະຕິເຫດລົດປີ້ນຢູ່ ຂົວຫ້ວຍລະຄຶ ເມືອງທ່າປາງທອງ ແຂວງສະຫວັນນະເຂດ.

ຈຳນວນຜູ້ໂດຍສານໃນລົດແມ່ນ 32 ຄົນ ບາດເຈັບສາຫັດ 30 ຄົນ, ເສຍຊີວິດ 2 ຄົນ (ຄາທີ່1ຄົນຢູ່ໂຮງຫມໍ1ຄົນ) ເປັນເດັກນ້ອຍອາຍຸປະມານ 5-6 ປີ (ທ້າຍລົດທັບ ຊ່ວຍເຫຼືອບໍ່ທັນ)

ລົດແມ່ນມາຈາກບ້ານແດນ ເມືອງທ່າປາງທອງ ກຳລັງສິໄປທາດໂພ່ນ, ໃນລົດມີເດັກນ້ອຍອາຍຸຕ່ຳກວ່າ 10 ປີ ຫຼາຍກວ່າ 5 ຄົນ. ຂໍໃຫ້ຜູ່ບາດເຈັບປອດໄພ.

ສະແດງຄວາມເສຍໃຈຈາກເຫດການຄັ້ງນີ້,

ຄລິບຈາກທີ່ເກີດເຫດ