ສາລະໜ້າຮູ້

ຫຼາຍ​ຄົນ​ມັກ​ກິນ ນ້ຳ​ໝາກ​ພ້າວ ແຕ່​ເຕືອນ​ຄົນ​ທີ່​ປ່ວຍ​ເປັນ​ພະ​ຍາດ​ນີ້​ຫ້າມ​ກິນ​ເດີ້

ນໍ້າໝາກພ້າວ ອຸດົມໄປດ້ວຍເກືອແຮ່ທີ່ມີປະໂຫຍດ ແລະ ໃຫ້ລົດຊາດຫອມຫວານສົດຊື່ນຈາກທຳມະຊາດ. ນອກນັ້ນ ຍັງອຸດົມໄປດ້ວຍ ວິຕາມິນ B1, B2, B3, B6, ວິຕາມິນ ຊີ, ແຄລຊ້ຽມ, ແມັກນີຊ້ຽມ, ໂຟສແທັກຊ້ຽມ, ຟອສຟໍຣັສ, ເຫຼັກ, ກົດອະມິໂນ ແລະ ໂປຣຕີນທີ່ດີຕໍ່ຮ່າງກາຍອີກດ້ວຍ. ນອກຈາກໃຫ້ປະໂຫຍດດີໆແກ່ຮ່າງກາຍແລ້ວ, ນໍ້າໝາກພ້າວຍັງມີໂທດຕໍ່ຜູ້ທີ່ເປັນໂຣກບາງຊະນິດ ທີ່ບໍ່ສາມາດດື່ມໄດ້

ຜູ້ປ່ວຍເປັນໂລກໄຕເສື່ອມ ເຊິ່ງໃນນໍ້າໝາພ້າວນັ້ນຈະເຂົ້າໄປກະຕຸ້ນ ການຂັບປັດສາວະ ຖ້າຮ່າງກາຍຂາດນໍ້າ ແລະ ຜູ້ປ່ວຍເປັນໂລກໄຕອາດຈະມີອາການຫົວໃຈວາຍ ສະນັ້ນ ຈຶ່ງຄວນຈະລະວັງເປັນພິເສດ.

ຜູ້ປ່ວຍທີ່ມີອາການຫົວໃຈເຕັ້ນຜິດປົກກະຕິ ຖ້າຫາກຮ່າງກາຍໄດ້ຮັບໂພສແທັຊ້ຽມ ຈາກນໍ້າໝາກພ້າວຫຼາຍເກີນໄປ ອາດຈະເຮັດໃຫ້ເກີດບັນຫາໂຣກຫົວໃຈ ສະນັ້ນ, ຜູ້ປ່ວຍເປັນໂຣກຫົວໃຈຄວນຫຼີກລ່ຽງການດື່ມນໍ້າໝາກພ້າວ.

ນອກນີ້, ກຸ່ມຄົນທີ່ສາມາດຮັບປະທານນໍ້າໝາກພ້າວໄດ້ປະກອບມີດັ່ງນີ້: ນັກກິລາ: ນໍ້າໝາກພ້າວເປັນເຄື່ອງດື່ມ ທີ່ອຸດົມໄປດ້ວຍເກືອແຮ່ທີ່ດີທີ່ສຸດສໍາລັບນັກກິລາ ເພາະມີໂພແທັກຊ້ຽມ ທີ່ຊ່ວຍຟື້ນຟູຮ່າງກາຍໄດ້ເປັນຟ່າງດີ ເນື່ອງຈາກນັກກິລາເສຍເຫງື່ອ ແລະ ເສຍພະລັງຫຼາຍ ຫາກດື່ມນໍ້າໝາກພ້າວເຂົ້າໄປຈະຊ່ວຍເຮັດໃຫ້ຮ່າງກາຍສົດຊື່ນຂຶ້ນມາທັນທີ.

ຄົນຖອກທ້ອງ: ໃນເວລາທີ່ຖອກທ້ອງ ຮ່າງກາຍຈະສູນເສຍເກືອແຮ່ໄປນໍາ ບາງຄົນກໍ່ອາດຊ໋ອກໄປກໍມີ ແຕ່ຖ້າດື່ມນໍ້າໝາກພ້າວເຂົ້າໄປ ຈະຊ່ວຍຊົດເຊີຍເກືອແຮ່ທີ່ເສຍໄປ ພ້ອມທັງບັນເທົາອາການໃຫ້ດີຂຶ້ນໄດ້.ກຸ່ມໄວໜຸ່ມ: ນໍ້າໝາກພ້າວ ມີສານອາຫານທີ່ເປັນຕົວຊ່ວຍໃນການບໍາລຸງສະໝອງຢູ່ຫຼາຍຊະນິດເມື່ອດື່ມເປັນປະຈໍາ ຈະຊ່ວຍເປັນເພີ່ມຄວາມຈໍາຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ ແລະ ປ້ອງກັນບໍ່ໃຫ້ເກີດສິວໄດ້

ຄົນມີຄວາມດັນເລືອດຕໍ່າ: ໜ້າມືດເລື້ອຍໆ ມີອາການວຽນຫົວງ່າຍ ເພາະໃນເນື່ອງຈາກຮ່າງກາຍຮ່າງມີເລືອດນ້ອຍ ແຕ່ຖ້າດື່ມນໍ້າໝາກພ້າວເປັນປະຈຳ ສານໂພແທັກຊ້ຽມຈາກນໍ້າໝາກພ້າວຈະເຂົ້າໄປບໍາລຸງ ແລະ ຊ່ວຍເພີ່ມສ້າງເມັດເລືອດ ແລະ ເຮັດໃຫ້ລະດັບຄວາມດັນກັບສູ່ປົກກະຕິ.

ຄົນເປັນໄຂ້ຕົວຮ້ອນ ຫຼື ໄຂ້ຕິດເຊື້ອ: ນໍ້າໝາກພ້າວຈະມີລິດເຢັນ ຈຶ່ງຊ່ວຍຫຼຸດໄຂ້ອີກທັງຍັງມີສານທີ່ຊ່ວຍກໍາຈັດເຊື້ອ ເມື່ອດື່ມແລ້ວອາການຕິດເຊື້ອທັງດັ່ງກ່າວຈະດີຂຶ້ນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button