ສາລະໜ້າຮູ້

ຕົ້ນຫອນໄກ່ເປັນຢາບຳລຸງຫຼັງຄອດລູກ ແລະ ຕົ້ມດື່ມຮັກສາໜີ້ວ

ສັບພະຄຸນ: ຮາກ: ເຮັດໃຫ້ປວດຮາກ, ຮັກສາອາການຕິດຢາເສບຕິດ (ຕົ້ມປະສົມກັບຮາກຜັກກາດນົກເຂົາ ແລະ ເປືອກຕົ້ນຕາເສືອ), ຕົ້ມດື່ມຮັກສາອາການເຈັບທ້ອງ (ຕົ້ມກັບຕົ້ນເຂົ້າເມົານົກ, ຫຍ້າຂີ້ອົ້ນ, ໝາກແຟນຂາວ ແລະ ຕົ້ນດູ່), ໃຊ້ເປັນຢາບຳລຸງຫຼັງຄອດລູກ, ແກ້ໄຂ້ມາລາເຣຍ ແລະ ຮັກສາທາງເດີນປັດສະວະອັກເສບ.

ລຳຕົ້ນ ແລະ ໃບ: ຕົ້ມດື່ມຮັກສາໜີ້ວ ແລະ ນຳມາຕົ້ມອາບຮັກສາຜື່ນຄັນ (ສຳລັບຜູ້ໃຫຍ່). ສ່ວນທີ່ເປັນພິ: ລຳຕົ້ນ, ຮາກ ແລະ ເມັດ.

ລັກສະນະພືດສາດ: ລຳຕົ້ນຈັດເປັນລຳເຄືອ, ມີເນື້ອໄມ້ແຂງ, ເລືອພາດພັນຕາມຕົ້ນໄມ້ອື່ນ, ຍາວໄດ້ຮອດ 10 ມ, ເປືອກມີສີເທົາປົນສີຂຽວ, ຕາມກິ່ງກ້ານ ແລະ ໃບມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ສີນ້ຳຕານ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 20-30 ຊມ. ໃບຍ່ອຍມີ 15-31 ໃບ,

ໃບຍ່ອຍສ່ວນປາຍຮູບຮີ, ກ້ວາງ 2-3 ຊມ, ຍາວ 6-8 ຊມ, ໂຄນໃບມົນ, ຂອບລຽບ, ປາຍມົນ, ໃບຍ່ອຍສ່ວນຂ້າງຮູບຂອບຂະໜານ ຫຼື ຮູບຫອກ, ກ້ວາງ 1.5-3 ຊມ, ຍາວ 4-8 ຊມ, ຜິວໃບດ້ານເທິງກ້ຽງ ຫຼື ມີຂົນສັ້ນທີ່ເສັ້ນໃບ, ຜິວໃບດ້ານລຸ່ມມີຂົນສັ້ນກະຈາຍຢ່າງໜາແໜ້ນ, ຍອດເປັນສີແດງ, ກ້ານໃບຍອດສັ້ນຫຼາຍ.

ຊໍ່ດອກແບບກະຈະ, ແຕກແໜງ ຫຼື ແບບກະຈຸກ, ອອກຕາມງ່າມໃບ ຫຼື ກິ່ງກ້ານ, ຍາວ 4-7 ຊມ. ກ້ານຊໍ່ດອກມີຂົນອ່ອນນຸ້ມ.

ດອກຍ່ອຍມີຈຳນວນຫຼາຍ. ກາບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນແສກ, ຮູບຂອບຂະໜານ, ມີຂົນອ່ອນນຸ່ມ. ກີບດອກມີ 5 ກີບ, ຮູບຂອບຂະໜານ, ຍາວ 3-4 ມມ, ສີຂາວອົມເຫຼືອງ ຫຼື ສີເຫຼືອງອ່ອນ. ເກສອນເພດຜູ້ 10 ອັນ. ເຕົ້າໄຂ່ຈັບເທິງ, ມີຂົນປົກຄຸມ.

ໝາກຮູບຮີ ຫຼື ຮູບໄຂ່, ກ້ວາງ 1-1.5 ຊມ, ຍາວ 2-4 ຊມ, ແຫ້ງແລ້ວແຕກ, ສີເຫຼືອງ ຫຼື ສີນ້ຳຕານແດງ, ມີຂົນສີນ້ຳຕານ. ແກ່ນຮູບຮີ, ມີຂະໜາດປະມານ 2 ຊມ, ສີດຳ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button