ຂ່າວທົ່ວໄປ

ຕາດູຕົນ ອ້າຍໄວ 13 ເບິ່ງແຍງ ນ້ອງ 5 ຄົນ ເສຍສະລະທຸກຢ່າງ ຕົນເອງຍອມອົດເພື່ອໃຫ້ນ້ອງກິນອິ່ມ

ເປີດເລື່ອງລາວຂອງເດັກຊາຍໄວ 13ປີ ຊາວຈີນ ທີ່ຕ້ອງຮັບໜ້າທີ່ເປັນພໍ່ ເຂົາມີຊີວິດບໍ່ຄືກັບເດັກນ້ອຍທົ່ວໄປ ນັ້ນເປັນເພາະເຂົາຍັງມີນ້ອງອີກ 5ຄົນທີ່ຕ້ອງເບິ່ງແຍງດູແລ ຕ້ອງຄອຍດູແລທຸກເລື່ອງບໍ່ວ່າຈະເປັນທັງການຮຽນ, ການເຮັດວຽກບ້ານ ແລະ ການກິນການຢູ່ອາໄສ.

ຄວາມຈິງແລ້ວເດັກຊາຍຄົນນີ້ ເຂົາເປັນອ້າຍກົກຂອງຄອບຄົວ ສ່ວນພໍ່ຂອງພວກເຂົາຕິດຄຸກ ເນື່ອງຈາກເຮັດຄວາມຜິດບາງຢ່າງ ເຫຼືອພຽງແມ່ ແລະ ລູກ 6ຄົນ ແມ່ຈຶ່ງອອກຈາກໝູ່ບ້ານໃນຊົນນະບົດ ໄປດິ້ນລົນຫາວຽກເຮັດໃນຕົວເມືອງເພື່ອສົ່ງເງິນລ້ຽງລູກທັ້ງ 6ຄົນໃຫ້ຢູ່ລອດ ເຊິ່ງໜ້າທີ່ນັ້ນໜັກໜາເຫຼືອເກີນ.ເຮັດໃຫ້ເດັກຊາຍຄົນໜຶ່ງຕ້ອງຮັບໜ້າທີ່ເປັນພໍ່ຈໍາເປັນໄປໂດຍບໍ່ທັນຕັ້ງຕົວ ເຊິ່ງມີນ້ອງຊາຍຫຼ້າອາຍຸພຽງ 3ປີເທົ່ານັ້ນ, ເພື່ອຮັບໜ້າທີ່ດູແລນ້ອງໆ ອ້າຍຄົນນີ້ກໍ່ເລີຍຕ້ອງຢຸດການຮຽນໄວ້.

ໃນທຸກໆມື້ອ້າຍຄົນນີ້ຕ້ອງຕື່ນເຊົ້າຕັ້ງແຕ່ 5ໂມງເຊົ້າ ເພື່ອລຸກຂື້ນມາກຽມອາຫານເຊົ້າໃຫ້ນ້ອງໆກິນ ກ່ອນພາພວກເຂົາໄປສົ່ງໂຮງຮຽນ ເນື່ອງຈາກອ້າຍກໍ່ເປັນຫ່ວງຄວາມປອດໄພຂອງນ້ອງທັງ 5ຄົນ, ສ່ວນນ້ອງຫຼ້າກໍ່ນ້ອຍເກີນກວ່າຈະພາໄປໂຮງຮຽນ ກໍ່ເລີຍຕ້ອງພານ້ອງກັບມາເຮືອນນໍາ. ທັ້ງນີ້ ໂຊກດີຫຼາຍທີ່ນ້ອງໆຂອງເຂົາກໍ່ເປັນຄົນທີ່ຮູ້ຄວາມ ຟັງ

ຄວາມອ້າຍ ຕັ້ງໃຈຮຽນ ແລະ ຊ່ວຍເຫຼືອອ້າຍເຮັດວຽກເຮືອນຫຼັງເລີກຮຽນກັບມາ ຖ້າມື້ໃດມີວຽກບ້ານກໍ່ຈະໄປຊ່ວຍສອນນ້ອງໆ ເຖິງແມ່ນວ່າອ້າຍຄົນນີ້ເບິ່ງຄືອົດທົນ ແລະ ເຂັ້ມແຂງຫຼາຍ ແຕ່ບາງຄັ້ງອ້າຍຄົນນີ້ກໍ່ມັກໄປລີ້ນັ່ງໄຫ້ຄົນດຽວໂດຍບໍ່ໃຫ້ນ້ອງໆເຫັນພວກເຂົາທັງ 6 ມີຊີວິດທີ່ຂ້ອນຂ້າງລໍາບາກຫຼາຍ ຜັກ ແລະ ອາຫານທີ່ກິນກໍ່ໄປເກັບຕາມສວນ.

ຫຼື ບໍ່ກໍ່ມີເພື່ອນບ້ານເອົາມາໃຫ້ ມີຫຼາຍເທື່ອທີ່ອ້າຍເຫັນວ່ານ້ອງໆກິນບໍ່ອີ່ມ ເນື່ອງຈາກມີເຂົ້າແລະ ອາຫານໜ້ອຍ ກໍ່ຈະທໍາທ່າວ່າຕົນເອງມີວຽກອອກໄປທາງນອກ ແລ້ວບອກນ້ອງໆວ່າອີ່ມແລ້ວ ທັ້ງນີ້ກໍ່ເພື່ອໃຫ້ນ້ອງໆໄດ້ກິນອີ່ມ ແຕ່ນ້ອງໆກໍ່ກະຕັນຍູຈະຈົ່ງໄວ້ໃຫ້ອ້າຍຕະຫຼອດ ເພາະພວກເຂົາຮູ້ວ່າຍາມທຸກຕ້ອງທຸກນໍາກັນ ຍາມສຸກຍາມມີກໍ່ຕ້ອງແບ່ງປັນກັນກິນ.

ທີ່ຈິງເດັກນ້ອຍທີ່ມີຄວາມກະຕັນຍູຮູ້ຄຸນແບບນີ້ແມ່ນຫາຍາກຫຼາຍ ຮູ້ຈັກຊ່ວຍເຫຼືອອ້າຍ ສ້ວນອ້າຍ ແມ້ຈະອາຍຸນ້ອຍ ແຕ່ຄວາມເປັນເດັກທີ່ຮູ້ກາລະເທສະ ບໍ່ງ່າຍເລີຍ ທີ່ເດັກໄວອາຍຸ 13ປີ ຕ້ອງມາແບກຮັບພາລະທີ່ໜັກຂະໜາດນີ້.ອີກທັ້ງ ເຖິງແມ່ນວ່າຈະເບິ່ງຄືກັບພວກເຂົາຢູ່ດ້ວຍຕົນເອງໄດ້ ແຕ່ທີ່ຈິງພວກເຂົາຕ້ອງການການດູແລເອົາໃຈໃສ່ຂອງພໍ່ແມ່ ເພາະວ່າພໍ່ແມ່ ມີບົດບາດສໍາຄັນຫຼາຍໃນຊ່ວງຊີວິດການເຕີບໂຕຂອງເດັກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button