ດ່ວນ ເຈົ້າແຂວງ ຈຳປາສັກສັ່ງໂຈະ ລົດຂົນສົ່ງ ສິນຄ້າ ທີ່ນຳເຂົ້າປະເທດໄທ

ດ່ວນ ເຈົ້າແຂວງ ຈຳປາສັກ ອອກແຈ້ງການເພີ່ມເຕີມ ສະບັບເລກທີ 4 ໃນວັນທີ 23 ມັງກອນ 2021 ເລື່ອງແຈ້ງການເພີ່ມເຕີມການຂົນສົ່ງເສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດຜ່ານດ່ານສາກົນທາງບົກຢູ່ແຂວງຈຳປາສັກ ເພື່ອຍົກລະດັບປ້ອງກັນ ສະກັດກັ້ນ, ຄວບຄຸມ, ໂຕ້ຕອບ ແລະ ກຽມຄວາມພ້ອມຮອບດ້ານ ຕ້ານການລະບາດພະຍາດໂຄວິດ-19.

ໂດຍໃຫ້ໂຈະຊົ່ວຄາວ ການນຳເອົາລົດຂົນສົ່ງສິນຄ້າຂອງປະເທດໄທທີ່ມາຂົນເອົາມັນຕົ້ນຕາມລານຕ່າງໆ ໃຫ້ເອົາລົດຢູ່ລາວຂົນໄປດ່ານແລ້ວຄ່ຽນຖ່າຍໃສ່ລົດສິນຄ້າຂອງໄທ.

ສຳລັບການຂົນສົ່ງນໍ້າມັນ ແລະ ສິນຄ້າອື່ນໆ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິແຕ່ຕ້ອງມີການຕິດຕາມຢ່າງໃກ້ຊິດ ພ້ອມໃຫ້ນຳສົ່ງຈຸດຄ່ຽນຖ່າຍສິນຄ້າທີ່ເຈົ້າໜ້າທີ່ລາວກຳນົດໄວ້ເບື້ອງຕົ້ນ ພາຍຫຼັງເອົາສິນຄ້າລົງແລ້ວໃຫ້ກັບປະເທດທັນທີ.

ສ່ວນລົດທີ່ຂົນສົ່ງສິນຄ້າຮັບໃຊ້ໂຄງກງານປະເພດເຂື່ອນໄຟຟ້າ, ສິນຄ້າທາດແຫຼວ, ສິນຄ້າອັນຕະລາຍທີ່ຄ່ຽນຖ່າຍບໍ່ໄດ້ ແມ່ນຕ້ອງແຈ້ງລະອຽດທຸກຢ່າງ ແລະ ຕ້ອງແຍກປ່ຽວຜູ້ຂັບລົດນັ້ນ.

