ຂ່າວທົ່ວໄປ

ເລີ່ມໃຫ້ບໍລິການ…!!! ໂລກ້າ ຄິ້ວ ບໍລິການໂດຍສານ ລົດເປັນຕາຮັກ ລາຄາປະຢັດ ສະດວກ ປອດໄພ ມີປະກັນໄພ 500ລ້ານກີບ.

ເລີ່ມໃຫ້ບໍລິການມື້ 27 ມັງກອນ 2021 ໂລກ້າ ຄິ້ວ ນ້ອງໃຫມ່ ໃນບັນດາບໍລິການໂລກ້າ ລົດເປັນຕາຮັກ ລາຄາປະຢັດ ສະດວກ ປອດໄພ ມີປະກັນໄພ 500ລ້ານກີບ.

“ຄ່າບໍລິການ 5000ກີບ/ກມ ໄລ່ລາຄາເປັນຖ້ຽວເດີ່ ບໍ່ໄດ້ໄລ່ເປັນຫົວຄົນ”ໃຊ້ບໍລິການຜ່ານແອັບ ໂລກ້າ ດາວໂຫລດໄດ້

ບໍລິສັດ ໂລກ້າ ຈຳກັດ ໄດ້ເປີດໂຕບໍລິການໃໝ່ ທີ່ມີຊື່ວາາ “ໂລກ້າຄິວ” (LOCA QUTE) ເຊິ່ງເປັນບໍລິການລົດແທັກຊີອອນລາຍ ຂະໜາດນ້ອຍ, ລາຄາປະຢັດເລີ່ມຕົ້ນ 5000 ກີບ/1 ກິໂລແມັດ,

ໂດຍການຮ່ວມມືຂອງ ບໍລິສັດ ບາຈາຈ໌ ແລະ ບໍລິສັດ ພົງສະຫວັນປະກັນໄພ ເພື່ອເພີ່ມທາງເລືອກໃໝ່ໃນການໂດຍສານ. ໂດຍພິທີເປີດໂຕໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 26 ມັງກອນ 2021 ທີ່ ນະຄອນຫລວງວຽງຈັນ

ທ່ານ ສຸລິໂຍ ວົງດາລາ ຜູ້ອໍານວຍການ ບໍລິສັດ ໂລກ້າ ຈໍາກັດ ໄດ້ໃຫ້ສຳພາດວ່າ : ເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໃຫ້ກັບລູກຄ້າ ແລະ ຢາກເຫັນຄົນລາວ ມີບໍລິການຂົນສົ່ງໂດຍສານ ທີ່ໄດ້ມາດຕະຖານທຽບເທົ່າສາກົນ ໃນລາຄາທີ່ຄົນລາວສາມາດຈ່າຍໄດ້.

ນອກນີ້, ຍັງໄດ້ເນັ້ນເລື່ອງຂອງຄວາມປອດໄພ ໃຫ້ຜູ້ໂດຍສານທຸກຄົນ ທີ່ໃຊ້ບໍລິການໂດຍສານທຸກຖ້ຽວຂອງໂລກ້າ ແມ່ນໄດ້ຮັບການຄຸ້ມຄອງສູງສຸດ 500 ລ້ານກີບ, ໂດຍ ພົງສະຫວັນປະກັນໄພ (APA).

ບໍລິການໃໝ່ນີ້, ແມ່ນຕອບສະໜອງໃຫ້ລູກຄ້າ ໃຫ້ມີທາງເລືອກທີ່ຫລາກຫລາຍຂຶ້ນ ໃນການນໍາໃຊ້ບໍລິການຂົນສົ່ງຜູ້ໂດຍສານ ໃນຕົວເມືອງນະຄອນຫລວງວຽງຈັນ.

ພ້ອມນີ້, ບໍລິການຂອງໂລກ້າ ຍັງມີລາຄາທີ່ໂປ່ງໃສ ເພາະນຳໃຊ້ລະບົບຄິດໄລ່ລາຄາ ທີ່ຜູ້ໃຊ້ບໍລິການສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະ ຖ້າຍິ່ງເດີນທາງພ້ອມກັນຫລາຍຄົນ ຍິ່ງຈະປະຢັດລາຄາ ເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ຄິດໄລ່ເປັນບຸກຄົນ).

Related Articles

Leave a Reply

Your email address will not be published. Required fields are marked *

Back to top button