ສາລະໜ້າຮູ້

ນຳໄປໃຊ້ໄດ້ເລີຍ…!!! ພຽງແຕ່ປູກ​ຜັກ​ຊະນິດ​ນີ້ໄວ້​ໃນເຮືອນ​ ກໍ່ສາມາດຊ່ວຍ​ໄລ່ (ໜູ​,ແມງສາບ,ແມງ​ມຸມ​ແລະ​ແມງ​ໄມ້ຕ່າງ​ໆ​)ໄດ້ແລ້ວ.

ຫາກ​ເຈົ້າ​ປູກ​ຜັກ​ຊະນິດ​ນີ້​ໃນ​ບ້ານ​ ເຈົ້າ​ຈະ​ບໍ່​ໄດ້​ເຫັນ​ໜູ​ ແມງ​ມຸມ​ ຫຼື ​ແມງ​ໄມ້ຊະນິດ​ອື່ນ​ໆ​ອີກ​ຕໍ່ໄປ​!ເປັນ​ເລື່ອງ​ໜ້າລຳຄານທີ່ສຸດ ​ທີ່​ສາຍ​ພັນ​ແມງໄມ້ແລະໜູທີ່​ມີ​ຈຳນວນ​ຫຼາຍ​ທີ່ສຸດ​ໃນ​ໂລກ ຊຶ່ງ​ມັນ​ມີຫຼາຍ​ເຖິງ​ 200 ລ້ານ​ຊະນິດ

​ ພວກ​ມັນ​ເປັນ​ຕົວ​ແທນ​ຂອງ​ສັດ​ບໍ່​ມີ​ກະດູກ​ສັນ​ຫຼັງ​ໃນ​ກຸ່ມ​ໄຟ​ລຳອາ​​ໂທຣ​ໂພ​ດາ​ ນັ້ນ​ຄື​ສັດ​ທີ່​ຮ່າງກາຍ​ສາມາດ​ແບ່ງ​ໄດ້​ຫຼາຍ​ສ່ວນ ​ແລະ ​ລຳ​ຕົວ​ປົກ​ຄຸມ​ດ້ວຍ​ເປືອກ​ ຫຼື ເອິ້ນ​ອີກ​ຢ່າງ​ວ່າ​ໂຄງ​ກະດູກ​ພາຍນອກ

ຄົນ​ປົກກະຕິ​ທົ່ວ​ໄປ​ຊັງ​ພວກ​ມັນ​ ແລະ ເບິ່ງ​ວ່າ​ພວກ​ມັນ​ເປັນ​ອັນຕະລາຍ​ ແມງ​ໄມ້ບາງ​ປະ​ເພດ​ກິນ​ພືດ​ ບາງ​ປະ​ເພດ​ກິນເນື້ອ​ ເຈົ້າ​ອາດ​ບໍ່​ເຄີຍ​ຮູ້​ວ່າ​ ແມງໄມ້​ເປັນ​ອົງ​ປະກອບ​ທີ່​ສຳຄັນ​ໃນ​ວົງ​ຈອນ​ທາ​​​ງ​ຊີວ​ະພາບ​ຂອງ​ທຳມະຊາດ

+ ພືດ​ມະຫັດສະຈັນ​ຕໍ່​ຕ້ານ​ແລະປ້ອງກັນບົດ​ບາດ​ສຳຄັນ​ຂອງ​ແມງໄມ້​ຄື​ ຍ່ອຍ​ສະ​ລາຍ​ສານ​ອິນຊີ​ ພວກ​ມັນ​ເປັນ​ຕົວ​ແທນ​ສຳຄັນ​ໃນ​ການ​ຖ່າຍ​ລະ​ອອງ​ ຊຶ່ງ​ນັ້ນ​ເຮັດໃຫ້​ພວກ​ມັນ​ມີ​ຄວາມ​ສຳຄັນ​ໃນ​ລະບົບສິ່ງແວດລ້ອມ​ ພວກ​ມັນ​ມີ​ຄວາມ​ສຳຄັນ​ທາງ​ຊີວະ​ພາບ

ແຕ່​ກໍ​ຄືວ່າ ບໍ່​ມີ​ໃຜ​ຕ້ອງ​ການ​ໃຫ້​ພວກ​ມັນ​ຢູ່​ໃກ້ ຫຼື ຢູ່ໃນ​ບ້ານ​ຂອງພວກເຮົາ ວັນນີ້ພວກເຮົາ​ມີ​ວິທີ​ປ້ອງ​ກັນ​ແມງ​ໄມ້ທີ່ອັດສະຈັນ​ ຊຶ່ງ​ບໍ່​ມີ​ພິດ​ຄື​ກັບ​ຢາ​ຂ້າ​ແມງໄມ້​ທີ່​ວາງ​ຂາຍ​ຢູ່ໃນ​ຮ້ານ​ຄ້າ

ແຖມ​ວິທີ​ນີ້​ຍັງ​ໃຊ້​ໄດ້​ຜົນ​ ແລະ ​ມີປະ​ສິດ​ທິ​ພາບ​ຫຼາຍຢ່າງ ນອກ​ເໜືອ​ຈາກ​ບ້ານ​ຂອງ​ເຈົ້າ​ ຈະ​ປະສະຈາກ​ແມງໄມ້ ​ແລະ ​ໜູແລ້ວ​ ບ້ານ​ຂອງ​ເຈົ້າຍັງ​ຈະ​ກາຍ​ມາ​ເປັນ​ບ້ານ​ທີ່​ສະ​ອາດ​ ແລະ​ ສົດ​ຊື່ນ​ອີກດ້ວຍ

+ ພືດທີ່​ເຈົ້າ​ຕ້ອງ​ການ​ນັ້ນກໍ່​ຄື:​ ຫອມລາບນັ້ນເອງ ສະໝຸນ​ໄພ​ກິ່ນ​ຫອມ​ທີ່​ມີສັບພະຄຸນ​ທັງ ​ທາງ​ຢາ​ແລະຫອມ​ສົດ​ຊື່ນ

– ວິທີ​ໃຊ້​: ນຳມາປູກຕາມມຸມບ້ານ ຫຼື ​ ນຳຍອດໃບຫອມລາບ ມາເຮັດເປັນ​ຊາ ມາປະສົມກັບນ້ຳຮ້ອນ​ ແລ່ວຖອກມັນ​ລົງ​ໄປ​ໃນ​ຂວດ​ສະເປ​ ແລ້ວ ​ເອົາ​ໄປ​ສີດ​ພົ້ນຕາມ​ມຸມ​ ຫຼື

ອ້ອມຮອບ​ບ້ານ​ຂອງ​ເຈົ້າ​ ງ່າຍ​ໆພຽງເທົ້ານີ້​ແຫຼະ​ ແນວໃດ​ກໍ່​ຕາມ​ ຄວນ​ສີດ​ໃຫ້​ຄອບ​ຄຸມ​ໄປ​ເຖິງ​ຂອບ​ປ່ອງຢຽມ ແລະ ​ມຸມ​ປະ​ຕູ​​ ແມງໄມ້​ທີ່​ຢູ່ໃນ​ບ້ານ​​ເມື່ອ​ໄດ້​ກິ່ນ​ຂອງໃບຫອມລາບ ຈະ​ພາ​ກັນ​ໜີ​ອອກ​ໄປຈາກ​ບ້ານ​ເຈົ້າ​ຢ່າງ​ແນ່ນອນ

ນີ້​ຄື​ວິທີ​ໄລ່​ແມງໄມ້​ ແບບ​ທຳມະຊາດ​ຊຶ່ງ​ຈະ​ເຮັດໃຫ້​ບ້ານ​ຂອງ​ເຈົ້າ​ມີກິ່ນ​ຫອມ​ ບໍ່​ມີ​ແມງໄມ້ ​ແລະ ​ໜູ ກໍ່ບໍ່ກ້າກັບ​ມາກວນ​ໃຈ​ອີກ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button