ແຈ້ງການ

ວັນທີ 28 ຫາ 31​ ມັງກອນ ອາກາດໜາວເຢັນລົງຢູ່ທົ່ວໄປໃນແຕ່ລະພາກ

ກົມອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 25 – 31 ມັງກອນ 2021​ ວ່າ: ໃນໄລຍະວັນທີ 25 – 27 ມັງກອນ​ ຄວາມກົດດັນສູງຂອງອາກາດໜາວໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ ພັດປົກຄຸມດ້ວຍກໍາລັງ

ອ່ອນ​ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດອຸ່ນຂຶ້ນ 1 ຫາ 3 ອົງສາ ຢູ່ໃນແຕ່ລະພາກ, ແຕ່ສະພາບອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ.ວັນທີ 28

– 31​ ມັງກອນ ມວນອາກາດເຢັນທີ່ປະເທດຈີນ​ ຈະເພີ່ມກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່​ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນລົງຢູ່ທົ່ວໄປໃນແຕ່ລະພາກ ແລະ ອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ ແລະ

ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ, ຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດ ແລະ ມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ​ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ.​

Related Articles

Leave a Reply

Your email address will not be published. Required fields are marked *

Back to top button