ມື້ນີ້ຂຶ້ນ15 ຄ່ຳເດືອນ 3 ລາວແມ່ນມື້ບຸນເຂົ້າຈີ່ ຂໍນຳສະເໜີຂໍ້ມູນກ່ຽວກັບຕຳນານບຸນເຂົ້າຈີ່ມາຝາກ, ຕຳນານເລົ່າຂານດັ່ງກ່າວມີດັ່ງນີ້

ປາງກ່ອນມີຍິງຄົນໜຶ່ງຊື່ : ປຸນນະທາສີ ເປັນຄົນທຸກໄຮ້ເຂັນໃຈ ແລະ ເປັນຄົນຮັບໃຊ້ເສດຖີຄົນໜຶ່ງ ຢູ່ໃນເມືອງຣາຊະຄຶ, ວັນໜຶ່ງເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າເທົ້າຄ່ຳ, ນາງໄດ້ຮັບຄວາມອິດເມື່ືອຍຫຼາຍ, ຫລັງຈາກຕຳເຂົ້າຮຽບຮ້ອຍແລ້ວນາງໄດ້ເອົາຮຳເຂົ້າປັ້ນເປັນກ້ອນຈີ່ໄຟໃຫ້ສຸກແລ້ວເອົາໃສ່ໃນຖົງຂອງຕົນເພື່ອຈະບໍລິໂພກເຂົ້າຈີ່ນັ້ນເປັນອາຫານໃນເວລາໄປຕັກນ້ຳ.

ພໍເມື່ອຍ່າງໄປຕາມທາງ, ນາງໄດ້ພົບເຫັນພຣະພຸດທະເຈົ້າກຳລັງສະເດັດບິນທະບາດເລີຍເກີດຄວາມເຫຼື່ອມໃສສັດທາຢາກຖວາຍທານ ໂດຍຄິດວ່າຕົນເປັນຄົນທຸກຍາກໄຮ້ໃນຊາດນີ້ຍ້ອນບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນ ແລະ ຊາດນີ້ກໍ່ບໍ່ເຄີຍໄດ້ທຳບຸນຫຍັງເລີຍ, ນາງຄິດແນວນັ້ນເລິຍຄິດເອົາເຂົ້າຈີ່ທີ່ຕົນໄດ້ເຮັດດ້ວຍຮຳນັ້ນເຂົ້າໄປຖວາຍແກ່ພຣະພຸດທະເຈົ້າ ເມື່ອພຣະອົງຊົງຮັບແລ້ວກໍ່ນັ່ງສະເຫວີຍເຂົ້າຈີ່ນັ້ນຕໍ່ໜ້ານາງ, ເມື່ອສະເຫວີຍແລ້ວກໍ່ໄດ້ຕັດອະນຸໂມທະນາຄາຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະຣິຍະບຸກຄົນໃນພະພຸດທະສາສະໜາເມື່ອນາງຕາຍໄປກໍ່ໄປເກີດໃນສະຫວັນ ສະເຫວີຍສົມບັດໃນວິມານຄຳມີນາງຟ້າໜຶ່ງພັນນາງເປັນບໍລິວານ.

ຂໍຂອບໃຈຂໍ້ມູນແລະຮູບພາບໂດຍ : ທ້າວ ລັດຖະເທວາ ພຸດທະວົງ.ວາລະສານເທວາ TAVA Magazine