ປີ 2020 ດ່ານພາສີສາກົນປາກຊັນ ເກັບລາຍຮັບບໍ່ໄດ້ຕາມແຜນ..!! ເກັບໄດ້ 201 ຕື້ກວ່າກີບ

ອີງຕາມການໃຫ້ສຳພາດຂອງທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ໃນວັນທີ 25 ທັນວາ 2021 ໃຫ້ຮູ້ວ່າ: ປີ 2020 ຄະນະດ່ານໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານຫຼັກແຫຼ່ງພາຍໃນດ່ານເປັນຕົ້ນ: ດ້ານການເມືອງແນວຄິດ, ດ້ານວຽກງານວິຊາສະເພາະເຫັນວ່າພາຍໃນດ່ານພາສີສາກົນມີຄວາມສະຫງົບໂດຍພື້ນຖານ, ວຽກງານວິຊາສະເພາະໄດ້ມີການປັບປຸງແກ້ໄຂຫຼາຍດ້ານ, ການບໍລິການພາຍໃນດ່ານມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າເຫັນວ່າມີບາງປະເພດເພີ່ມຂຶ້ນ ແລະ ບາງສິນຄ້າຫຼຸດລົງຕາມກົນໄກເສດຖະກິດຂອງຕະຫຼາດ, ເຊິ່ງເຮັດການຈັດເກັບລາຍຮັບເຂົາງົບປະມານສິ່ງທ້າທາຍຫຼາຍຢ່າງຖ້າທຽບໃສ່ຕົວເລກແຜນການທີ່ໄດ້ຮັບມອບໝາຍໃຫ້, ບວກກັບການລະບາດຂອງພະຍາດໂຄວິດ-19.

ສະເພາະປີ 2020 ຜ່ານມາ,ດ່ານພາສີສາກົນປາກຊັນໄດ້ຮັບຕົວເລກມອບໝາຍທັງໝົດໃນເບື້ອງຕົ້ນ 280 ຕື້ກວ່າກີບ, ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ໄດ້ດັດແກ້ແຜນຈັດເກັບລາຍຮັບພາຍໃນດ່ານ 220 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບໝົດປີ 2020 ສາມາດປະຕິບັດໄດ້ 201 ຕື້ກວ່າກີບ, ຖ້າທຽບໃສ່ແຜນກປີໃນເບື້ອງຕົ້ນເທົ່າກັບ 71,97 %, ຖ້າທຽບໃສ່ແຜນການດັດແກ້ 220 ຕື້ກີບເທົ່າກັບ 91,33%. ສາຍເຫດ ແລະ ປັດໃຈທີ່ບໍ່ສາມາດເກັບລາຍຮັບໄດ້ຕາມແຜນຕົ້ນ: ການວາງໂຕເລກສູງເກີນໄປທັງໂຕເລກໃນເບື້ອງຕົ້ນ ແລະ ໂຕເລກແຜນດັດແກ້, ຖ້າທຽບໃສ່ຖານລາຍຮັບຂອງດ່ານ, ການນຳເຂົ້າພາຫະນະໃໝ່, ນໍ້າມັນເຊື້ອໄຟຫຼຸດລົງ, ຍ້ອນນິຕິກຳມີການປ່ຽນແປງເປັນຕົ້ນແມ່ນກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບປັບປຸງ, ການປະຕິບັດແຜນຫຼຸດຜ່ອນອັດຕາພາສີໃນກອບຮ່ວມມືອາຊຽ່ນ ແລະ ກອບສັນຍາຮ່ວມມືຕ່າງໆທີ່ສປປ ລາວເຂົ້າຮ່ວມ,ການນຳເຂົ້າສິນຄ້າ, ເຄື່ອງອຸປະໂພກ-ບໍລິໂພກຕາມນະໂຍບາຍສົ່ງເສີມການລົງທຶນ, ເຊິ່ງໄດ້ຮັບການຍົກເວັ້ນພາສີ-ອາກອນ, ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຜູ້ປະກອບການທຸລະກິດໄດ້ຢຸດຕິນຳເຂົ້າ-ສົ່ງອອກບາງສິນຄ້າ, ຈຶ່ງເຮັດໃຫ້ດ່ານສາກົນປາກຊັນບໍ່ສາມາດຈັດໄເກັບໄດ້ຕາມແຜນການທີ່ວາງໄວ້.

ທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານປສາກົນປາກຊັນ ໃຫ້ຮູ້ຕື່ມອີກວ່າ: ປີ 2021 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນທີ່ວາງໄວ້ໃນຄາດໝາຍ 361 ຕື້ກວ່າກີບ, ໂດຍຈະເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ເພີ່ມທະວີຄວາມເຂັ້ມງວດ, ຕິດຕາມ ແລະ ກວດກາການປະຕິບັດໜ້າທີ່ຂອງພະນັກງານທຸກພາກສ່ວນ, ແບ່ງຄວາມຮັບຜິດຊອບນັບແຕ່ຄະນະດ່ານ, ໜ່ວຍງານລວມເຖິງພະນັກງານວິຊາການ, ເອົາໃຈໃສ່ຕິດຕາມກວດກາ-ຄຸ້ມຄອງການເສຍພາສີໃຫ້ຖືກຕ້ອງ, ຊອກຫາຖານຂໍ້ມູນລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ, ສືບຕໍ່ປຸກລະດົມ, ຊຸກຍູ້ຜູ້ປະກອບການໃຫ້ປະຕິບັດມອບພັນທະເຂົ້າງົບປະມານ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍພາສີ, ມະຕິຄໍາສັ່ງຕ່າງໆກ່ຽວກັບພາສີໃຫ້ຜູ້ປະກອບການ ແລະ ບຸກຄົນເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ຫາລື ແລະ ປະກອບຄໍາຄິດຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນງວດ 1 ປີ 2021. ໂດຍການເປັນປະທານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວ, ທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ໄດ້ເນັ້ນໃຫ້ບັນດາກົມລາຍຮັບອ້ອມຂ້າງກະຊວງໄດ້ມີການຄາດຄະເນໃນການຈັດຕັ້ງປະຕິບັດກ່ຽວກັບແຜນເກັບລາຍຮັບງວດ 1 ປີ 2021
ພ້ອມທັງກໍານົດມາດຕະການລະອຽດ ແລະ ການຄາດຄະເນລະອຽດຕາມສາລະບານບັນຊີງົບປະມານຫັນໄປສູ່ມາດຕະ ການລະອຽດຂອງການຈັດຕັ້ງປະຕິບັດແຕ່ລະຂົງເຂດ. ໃນກອງປະຊຸມຍັງໄດ້ຮັງຟັງການລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາຂອງແຕ່ລະກົມ ທີ່ຂຶ້ນກັບກະ ຊວງການເງິນ, ຍົກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າຕໍ່ກັບການຈັດຕັ້ງປະຕິບັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການຕໍ່ໜ້າຂອງແຕ່ລະກົມນຳອີກດ້ວຍ