ສາລະໜ້າຮູ້

ປະຢັດຕົ້ນທຶນເຫັນໆ…!!! ເຕັກນິກແລະວິທີ ເຮັດອາຫານໝັກ ຈາກຕົ້ນກ້ວຍ ສຳລັບສັດລ້ຽງ ໃຫຍ່ໄວ,ສົມບູນ ຂາຍໄດ້ລາຄາດີ.

ຖືເປັນຕໍ່ຍອດເພີ່ມຄວາມຮູ້ ທົດລອງເຮັດສິ່ງໃໝ່ໆ ເພື່ອຫຼຸດຕົ້ນທຶນການຜະລິດ ໃຫ້ມີລາຍໄດ້ເຂົ້າໃນຄອບຄົວຫຼາຍເພີ່ມຂື້ນ ການເຮັດກະເສດປະສົມປະສານດ້ວຍຄວາມມັກຮັກ ຍ່າງເທື່ອລະກ້າວ .

ເມື່ອເຮົາແບ່ງພື້ນທີ່ ເພື່ອເຮັດການກະເສດແບບປະສົມປະສານແລ້ວ ນອກຈາກໝາກໄມ້ແລະພືດຜັກຕ່າງໆແລ້ວ ຍັງມີສັດເສດຖະກິດທີ່ທ່ານລ້ຽງສຳຮອງໄວ້ອີກດ້ວຍ.

ໂດຍສະເພາະ ໝູ,ເປັດ,ໄກ່,ງົວ,ຄວາຍແບ້ແລະອື້ນໆແລ້ວ ຊຶ່ງລ້ຽງເພື່ອຂາຍສ້າງລາຍຮັບ ຖ້າຫາກເປັນຄົນມັກສຶກສາຫາຄວາມຮູ້ເພີ່ມເຕີມຢູ່ສະເໝີເພື່ອທົດລອງ ເຮັດຫຼາຍຢ່າງ ເພື່ອຫຼຸດຕົ້ນທຶນຊື່ອາຫານມາລ້ຽງສັດ

ຖ້າເຮົາໃຊ້ພືດໃຫ້ເປັນປະໂຫຍດ ໂດຍສະເພາະຕົ້ນກ້ວຍ ສ່ວນຫຼາຍມັກຈະຕັດຖິ່ມໄປຊື່ໆ ຫຼື ລະບາຍຕົ້ນກ້ວຍອອກ ເພື່ອໃຫ້ຕົ້ນໃໝ່ຂື້ນມາ ຖ້າຢາກໃຫ້ເກີດໄອເດຍແລະປະໂຫຍດ ກໍ່ນຳຕົ້ນກ້ວຍເຫຼົ່ານັ້ນມາເຮັດອາຫານສຳລັບສັດກໍ່ໄດ້

ມື້ນີ້ພວກເຮັດມີສູດອາຫານສັດລ້ຽງໂດຍໃຊ້ວັດຖຸດິບກໍ່ຄືຕົ້ນກ້ວຍທີ່ມີຢູ່ແລ້ວໃນສວນ ເພາະເປັນອີກສ່ວນໜຶ່ງໃນການຈັດສັນເປັນອາຫານທີ່ດີສຳລັບສັດລ້ຽງເພື່ອປະຢັດຕົ້ນມຶນ

+ ວິທີການເຮັດມີດັ່ງລຸ້ມນີ້:

1.ຕົ້ນກ້ວຍ ພ້ອມຊອຍບາງໆ ປະມານ 100 ກິໂລກຼາມ

2.ກາກນ້ຳຕານ 6 ກິໂລກຼາມ

3.ເກືອເມັດ 1 ກິໂລກຼາມ

+ ວິທີເຮັດມີຄື: ຫຼັງຈາກກຽມເຄື່ອງປະສົມໄວ້ພ້ອມແລ້ວ ໃຫ້ນຳເກືອມາປະສົມກັບກາກນ້ຳນ້ຳ ເຊິ່ງຂັ້ນຕອນນີ້ສາມາດປະສົມນ້ຳເຂົ້າໄປພ້ອມເລັກນ້ອຍເພື່ອໃຫ້ລະລາຍເຂົ້າກັນໄດ້ດີ

ຕໍ່ຈາກນັ້ນນຳສ່ວນປະສົມມາຖອກໃສ່ ຕົ້ນກ້ວຍຊອຍແລ້ວທີ່ເຮົາກຽມໄວ້ ແລ້ວກໍ່ປະສົມຄົນໃຫ້ເຂົ້າກັນ ສັງເກດເບິ່ງວ່າເຂົ້າກັນດີແລ້ວຫຼັງຈາກນັ້ນກໍ່ຕັກໃສ່ຖັງເພື່ອໝັກ ແລະ ປະໄວ້ 7 ວັນ

ຫຼັງຈາກນັ້ນກໍ່ສາມາດນຳອອກມາໃຫ້ສັດກິນໄດ້ ໂດຍທີ່ສ່ວນປະສົມນີ້ ສາມາດເກັບຮັກສາໄວ້ໄດ້ດົນປະມານ 3 ເດືອນ ພຽງເທົ່ານັ້ນກໍ່ເປັນອັນວ່າສຳເລັດ ແບບງ່າຍໆປະຢັດຕົ້ນທຶນແນ່ນອນ.

+ ຄຸນປະໂຫຍດມີຄື: ຜົນທີ່ໄດ້ຮັບ ອາຫານຈະມີກິ່ນຫອມຫວານມັນເຄັມ ເຮັດໃຫ້ສັດກິນດີກິນຫຼາຍ ເມື່ອກິນແລ້ວຈະບໍ່ເຮັດສັດທ້ອງເຟີ້ ຊ່ວຍຫຼຸດຕົ້ນທຶນຄ່າອາຫານ ທີ່ສຳຄັນ ໝູ,ແບ,ງົວ ກິນໄດ້ໝົດ ຕຸ້ຍສົມບູນຂາຍກໍ່ໄດ້ລາຄາດີອີກດ້ວຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button