ແຊຣ໌ເກັບໄວ້ເລີຍ ຜັກ 5 ຊະນິດນີ້ ຊ່ວຍເພີ່ມຄວາມສູງໃຫ້ລູກໄດ້ ຢາກໃຫ້ລູກນ້ອຍສູງນຳໄປໃຊ້ໄດ້ເລີຍ

1. ຜັກກາດນາ: ມີປະໂຫຍດຊ່ວຍເພີ່ມຄວາມສູງໄດ້ ເພາະໃນໃບຜັກກາດນາມີແຄວຊຽມສູງ ຊ່ວຍເຮັດໃຫ້ກະດູກ ແລະ ແຂ້ວແຂງແຮງ ປ້ອງກັນການເກີດພະຍາດກະດູກຜ່ອຍ ແລະ ຍັງຊ່ວຍເພີ່ມປະລິມານສາຣະອິເລັກໂທຣໄລຕ໌ໃນຮ່າງກາຍເຮັດໃຫ້ລະບົບການທໍາງານທີ່ກ່ຽວຂ້ອງກັບແຄວຊjຽມ ແລະ ເຫຼັກທໍາງານໄດ້ຢ່າງມີປະສິດທິພາບເຊັ່ນ: ການທໍາງານຂອງລະບົບຮໍໂມນ, ກ້າມຊີ້ນ ແລະ ລະບົບກະດູກ
ດັ່ງນັ້ນຜັກກາດນາຈຶ່ງຊ່ວຍເພີ່ມຄວາມສູງ ແລະເສີມສ້າງຄວາມແຂງແຮງໃຫ້ກະດູກ ແລະ ແຂ້ວໄດ້.

2. ຜັກບົ້ງ: ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ສໍາຄັນຕ່າງໆ ໂດຍສະເພາະແຄວຊ່ຽມ ແລະ ຟົດສະຟໍຣິກ ທີ່ເປັນແຮ່ທາດສໍາຄັນຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງ ແລະ ຈໍາເປັນຕໍ່ລະບົບການສ້າງພະລັງງານໃນຮ່າງກາຍ ນອກຈາກຈະບໍາລຸງສາຍຕາ ຍັງເປັນຜັກຊ່ວຍເພີ່ມຄວາມສູງ

3. ຍອດດອກແຄ: ມີໂປຣຕີນເຖິງຮ້ອຍລະ 36% ທັງຍັງໃຫ້ທາດເຫຼັກ, ວິຕາມິນຊີ ແລະ ແຄວຊ່ຽມທີ່ສູງຊ່ວຍບໍາລຸງ ແລະ ເສີມສ້າງກະດູກ ແລະ ແຂ້ວ ນອກຈາກນີ້ວິຕາມິນຊີໃນຍອດດອກແຄຍັງຊ່ວຍຕໍ່ຕ້ານແລະ ຢັບຢັ້ງການເກີດພະຍາດມະເຮັງ ເພາະມີສານຢັບຢັ້ງການກໍ່ກາຍພັນ ຫຼຸດຄວາມສ່ຽງການເກີດມະເຮັງໄດ້

4. ຜັກອີ່ເລີດ: ຊ່ວຍເສີມສ້າງກະດູກ ແລະ ແຂ້ວ ແລະ ຊ່ວຍປ້ອງກັນພະຍາດກະດູກພ່ອຍໄດ້ ( ຂໍ້ມູນຈາກສໍານັກໂຄສະນາການອະນາໄມ)

5. ໃບໝາກຍໍ: ມີປະລິມານແຮ່ທາດ ແຄວຊ່ຽມສູງເຖິງ 469 ມິນລິກຼາມ ສາມາດປ້ອງກັນພາວະກະດູກຜ່ອຍໄດ້ ໃບໝາກຍໍຈຶ່ງເປັນຜັກຊ່ວຍເພີ່ມຄວາມສູງ
