ຂ່າວຕ່າງປະເທດ

ປະເທດ ໄທພົບຜູ້ຕິດເຊື້ອໂຄວິດ ເພີ່ມ 802 ຄົນ

ວັນທີ 29 ມັງກອນ 2021 ສູນ​ບໍລິຫານ​ສະຖານະ​ການ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຕິດ​ເຊື້ອ​ໄວຣັສ​ໂຄ​ໂຣນາ 2019 ຫລື ​ໂຄ​ວິດ-19 ຖະ​ແຫລ​ງ​ວ່າ: ສະຖານະ​ການ​ໂຄ​ວິດ-19 ​ຢູ່​ປະ​ເທດ​ໄທ ພົບ​ຜູ້​ຕິດ​ເຊື້ອ​ໃໝ່​ເພີ່ມ 802 ຄົນ ​ແບ່ງ​ເປັນ​ຕິດ​ເຊື້ອຈາກ​ຕ່າງປະ​ເທດ (​ເຂົ້າສະຖານ​ທີ່​ກັກ​ກັນ​ທີ່​ລັດ​ຈັດ​ໃຫ້) 21 ຄົນ ​ແລະ ຜູ້​ຕິດ​ເຊື້ອພາຍ​ໃນ​ປະ​ເທດ 781ຄົນ.

ໂດຍ​ໃນ​ວັນ​ທີ 29 ມັງກອນ​ນີ້ ມີ​ລາຍ​ງານ​ຜູ້​ຕິດ​ເຊື້ອອອກ​ຈາກ​ໂຮງໝໍ​ເພີ່ມ 109 ຄົນ ​ເຮັດ​​ໃຫ້​ມີ​ຜູ້​ຕິດ​ເຊື້ອອອກ​ຈາກ​ໂຮງໝໍ​ສະ​ສົມ 11.396 ຄົນ, ມີ​ຜູ້​ຕິດ​ເຊື້ອຍັງ​ປິ່ນປົວ​ຢູ່​ໂຮງໝໍ 5.551 ຄົນ, ບໍ່​ມີ​ຜູ້​ເສຍ​ຊີວິດ​ເພີ່ມ ລວມຜູ້​ເສຍ​ຊີວິດ​ສະ​ສົມ 76 ຄົນ ​ເຮັດ​ໃຫ້​ຈຳນວນ​ຜູ້​ຕິດ​ເຊື້ອສະ​ສົມ​ມີ​ທັງ​ໝົດ 17.023 ຄົນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button