ປະເທດ ອິນເດຍແຈກວັກຊີນໃຫ້ປະເທດໃກ້ຄຽງ ແຕ່ຄົນໃນປະເທດຊຳ້ພັດບໍ່ກ້າສັກ

ອິນເດຍປະກາດໂຄງການບໍລິຈາກວັກຊີນ ທີ່ມີຊື່ VaccineMaitr (ວັກຊີນໄມຕຣີ) ຫລື Vaccine friendship ໃຫ້ປະເທດຕ່າງໆ ເພື່ອຟື້ນຟູຜົນກະທົບຈາກການລະບາດຂອງໄວຣັສໂຄໂຣນາ ທ່າມກາງກະແສຄວາມເຫລື້ອມລ້ຳໃນການເຂົ້າເຖິງວັກຊີນຂອງປະເທດຮັ່ງມີກັບປະເທດທຸກຍາກ ເຊິ່ງໂຄງການນີ້ເຮັດໃຫ້ອິນເດຍໄດ້ຮັບຄວາມຍ້ອງຍໍຈຳນວນຫລາຍ.ໂດຍ “ວັກຊີນໄມຕຣີ” ທີ່ບໍລິຈາກໃຫ້ປະເທດໃກ້ຄຽງ ເປັນວັກຊີນຂອງ AstraZeneca ທີ່ໂຮງງານຂອງອິນເດຍສາມາດຜະລິດໄດ້ເອງ ມີການຈັດສົ່ງໃຫ້ເນ

ປານ, ພູຖານ, ບັງກະລາເທດ, ມຽນມາ, ມັລດິບ, ມໍຣິເຊຍ ແລະ ຊີເຊລ ພ້ອມກຽມຈັດສົ່ງໃຫ້ສີລັງກາ ແລະ ອັບການິດສະຖານໃນຮອບຕໍ່ໄປ.ກະຊວງສາທາລະນະສຸກອິນເດຍ ອະນຸຍາດໃຫ້ນຳໃຊ້ວັກຊີນປ້ອງກັນໂຄວິດ-19 ໄດ້ 2 ຊະນິດໃນເວລານີ້ ປະກອບມີວັກຊີນ “ໂຄວີຊີລ” ຜະລິດໂດຍບໍລິສັດແອສທຣາເຊເນກາ ຈາກປະເທດອັງກິດ ກັບ “ໂຄແວກຊິນ” ເຊິ່ງຜະລິດໂດຍຜູ້ຜະລິດໃນອິນເດຍເອງ ແລະ ຍັງບໍ່ໄດ້ຜ່ານການທົດລອງໃນຄົນໄລຍະທີ 3 ແຕ່ຢ່າງໃດ ເຊິ່ງກຳລັງເປັນຈຸດໂຕ້ຖຽງກັນວ່າ: ເປັນຫຍັງຈຶ່ງນຳມາໃຊ້

ທັງທີ່ຍັງບໍ່ຮູ້ຜົນຂອງປະສິດທິພາບວັກຊີນ ເນື່ອງຈາກການທົດລອງໄລຍະທີ 3 ຍັງບໍ່ສຳເລັດ ແລະ ຕອນນີ້ສຳນັກຂ່າວ Boomberg ລາຍງານວ່າ: ຢູ່ອິນເດຍພົບບັນຫາບໍ່ຄືບ່ອນອື່ນ ເພາະມີວັກຊີນຫລາຍ ແຕ່ຄົນພັດບໍ່ກ້າສັກ ເພາະກັງວົນເລື່ອງຄວາມປອດໄພ.ແຕ່ບໍລິສັດ Bharat Biotech ຂອງອິນເດຍກໍມີປະສົບການໃນການຜະລິດວັກຊີນ

ມາກວ່າ 24 ປີແລ້ວ ຜະລິດມາແລ້ວ 16 ຊະນິດ ແລະ ສົ່ງອອກໄປແລ້ວ 123 ປະເທດທົ່ວໂລກ ແລະ ຍັງຕັ້ງເປົ້າຜະລິດວັກຊີນໃຫ້ໄດ້ 700 ລ້ານໂດສ ພາຍໃນປີ 2021 ເຊິ່ງຊະນິດທີ່ໃຊ້ໃນການແຈກຢາຍໃຫ້ປະເທດໃກ້ຄຽງ ເປັນວັກຊີນ Covishield ເຊິ່ງຜະລິດຢູ່ອິນເດຍ ໂດຍໃຊ້ສູດດຽວກັບມະຫາວິທະຍາໄລອອກຟອດ (Oxford University) ແລະ ບໍລິສັດ AstraZeneca ພັດທະນາຂຶ້ນ.