ຜູ້ໃຊ້ເຟສບຸກຊື່ Khotamy Nhot ໄດ້ໂພສວັນທີ 29/01/2021 ວ່າ: ບໍ່ວ່າແຕ່ໂລກໂຄວິດລະບາດອີກຮອບ2 ໂລກເກັບເງິນຄ່າດ່ານກໍລະບາດອີກຮອບ2ຄືກັນ…ໄລະຍະເສັ້ນທາງປາກເຊ-ປາກຊ່ອງ ມີພຽງແຕ່ 48ກິໂລແມັດ ມີຮອດ 2ດ່ານເກັບເງິນໄລຍະຫ່າງລະຫວ່າງດ່ານຕໍ່ດ່ານມີແຕ່ 8ກິໂລແມັດເທົ່ານັ້ນ:# ດ່ານທີນື່ງ ກໍເກັບທັງໄປທັງກັບມັນກໍຈຸກປານຕາຍພໍແຮງແລ້ວ ສຳລັບຄົນທຳມາຫາລ້ຽງຊີບປະຈຳວັນ# ດ່ານທີສອງ ກໍເກັບທັງໄປທັງກັບອີກ ຊິຫາຢູ່ຫາກິນແນວໃດ ແພງກວ່າຄ່ານ້ຳ ຄ່າໄຟ ຄ່າອາກອນອີກ .

ຖາມເພິ່ນວ່າຄືເກັບຫລາຍດ່ານແທ້ ເພິ່ນກໍຕອບວ່າ ສ້າງທາງຄົນລະບໍລິສັດ ບໍລິສັດໃດສ້າງ ກະບໍລິສັດນັ້ນເກັບທ່ານເຫັນເຫດຜົນແຕ່ຜູ້ສ້າງທາງນັ້ນບໍ?

ເຫດຜົນຂອງປະຊາຊົນຜູ້ທຳມາຫາກິນລ້ຽງຊີບປະຈຳວັນຖືກກະທົບເຕັມໆທ່ານຫລຽວເຫັນຢູ່ບໍ? ເກັບແພງເກີນໄປ ຂູດຮີດເກີນໄປ ຊ່ວຍເຫລືອປະຊາຊົນແນ່ທ່ານເອີຍ ຂັ້ນເທີງເອີຍ ເຈົ້ານາຍເອີຍ
