ຂ່າວທົ່ວໄປ

ຊາວໜຸ່ມອາສາເມືອງວຽງທອງປຸກເຮືອນໃຫ້ບຸກຄົນອານາຖາຂາດທີ່ຢູ່ອາໃສ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II ແລະ ເພື່ອແບ່ງເບົາທາງດ້ານທີ່ຢູ່ອາໃສໃຫ້ແກ່ຄອບຄົວ (ອານາຖາ) ຄື: ທ້າວ ໂສດ ຢູ່ບ້ານ ວັງຫີນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ເຊີ່ງເປັນບຸກຄົນໜຶ່ງຂາດທີ່ຢູ່ອາໃສ ເຊັ່ນ: ບໍ່ມີເຮືອນຢູ່ຖາວອນ

ດັ່ງນັ້ນ ມາໃນວັນທີ 29 ມັງກອນ 2021 ທີມງານ, ຊາວໜຸ່ມອາສາທົ່ວເມືອງວຽງທອງຈຶ່ງໄດ້ລະດົມກັນປຸກເຮືອນຫຼັງໃໝ່ ໂດຍການຊີ້ນຳ-ນຳພາຂອງທ່ານ ເຄນພອນ ໄຊຍະຈັກ ເລຂາຊາວໜຸ່ມເມືອງ ມີ: ຊາວໜຸ່ມອາສາທຸກຂົງເຂດ ແລະ ອຳນາດການປົກຄອງບ້ານ,

ຊາວໝຸ່ມບ້ານ ວັງຫີນເຂົ້າຮ່ວມ. ການສ້າງເຮືອນຫຼັງໃໝ່ແມ່ນມີຂະໜາດ 4X4 ແມັດ, ມຸ້ງດ້ວຍສັງກະສີ, ແອ້ມດ້ວຍແປັນ, ໄດ້ຕິດຕັ້ງໄຟຟ້າລະບົບແສງອາທິດ ແລະ ສ້າງຫ້ອງນໍ້າ 1 ຫ້ອງ, ວັດຖຸອຸປະກອນທີ່ນໍາມາປຸກເຮືອນໃນຄັ້ງນີ້ແມ່ນໄດ້ລະດົມນໍາບັນດານັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າ-ຊາວຂາຍ ແລະ ການຊ່ວຍເຫຼືອຈາກເມືອງ.

ເຊີ່ງຄິດເປັນມູນຄ່າທັງໝົດ 7 ລ້ານກ່ວາກີບ. ພາຍຫຼັງສ້າງສໍາເລັດກໍ່ໄດ້ມອບໃຫ້ຜູ້ກ່ຽວເປັນຜູ້ຢູ່ອາໃສ ແລະ ນໍາໃຊ້ຕໍ່່ໄປ (ຂໍຂອບໃຈ)​

Related Articles

Leave a Reply

Your email address will not be published. Required fields are marked *

Back to top button