ສາລະໜ້າຮູ້

12 ສິ່ງຮ້າຍໆໃນຊີວິດທີ່ເຈົ້າຄວນຕັດຖິ້ມໄປ ແລ້ວຊີວິດຈະຢູ່ຢ່າງສະບາຍໃຈຍິ່ງຂຶ້ນ

1. ຄວາມສຳພັນທີ່ບໍ່ແນ່ນອນ

ຄວາມສຳພັນທີ່ຄືວ່າບໍ່ແມ່ນ ຄວາມສຳພັນ ມີແຕ່ຄວາມສຳພັນທາງກາຍ ບໍ່ສະແດງເຖິງຄວາມຮັກ ແລະ ຄວາມໃສ່ໃຈ ເລິກໆໄປຊະ

2. ວຽກທີ່ເຈົ້າບໍ່ມັກ

ການລາອອກບໍ່ຄືກັບການຖືກໄລ່ອອກ ການລາອອກບໍ່ແມ່ນເລື່ອງໜ້າອາຍ ແຕ່ການບໍ່ພະຍາຍາມຫາງານທີ່ເໝາະກັບເຈົ້າຕ່າງຫາກທີ່ໜ້າອາຍກວ່າ ຖ້າເຈົ້າບໍ່ມັກກໍ່ລາອອກເລີຍ

3. ເພື່ອນທີ່ເກາະຕິດເຈົ້າເປັນປິງ

ບໍ່ມີກົດຂໍ້ບັງຄັບເລື່ອງ ມິດຕະພາບ ການເປັນເພື່ອນ ກັນມາດົນ 10 ປີ ບໍ່ໄດ້ໝາຍຄວາມວ່າເຈົ້າເປັນ ໜີ້ເພື່ອນ 10 ປີ ຈັກເທື່ອ ຫາກທຸກຄັ້ງທີ່ເພື່ອນ ຄົນນີ້ຊວນເຈົ້າໄປທ່ຽວແຕ່ເຈົ້າມັກຫາຂໍ້ແກ້ຕົວ ສະເໝີ ກໍເລິກ ຄົບໄປເຖີະ ການທີ່ຕ້ອງຄອຍ ປະຕິເສດຄົນໆຫນຶ່ງນັ້ນເຈັບປວດ ຍິ່ງກວ່າການທີ່ເຮົາຈິງໃຈກັບເຂົາ.

4. ຄົນທີ່ເຈົ້າບໍ່ກ້າປະຕິເສດ

ເຈົ້າຕ້ອງກ້າປະຕິເສດຈັກຄັ້ງໜຶ່ງ ຫລື ຖ້າມີພະລັງຫລາຍພໍກໍ່ກຳຈັດຄົນເຫລົ່ານີ້ອອກຈາກຊີວິດເຈົ້າໄປເລີຍໄດ້ຍິ່ງດີເພາະເຈົ້າກຳລັງເຮັດວຽກໃຫ້ກັບຄົນທີ່ບໍ່ມີວັນຈະຕອບ ແທນຫຍັງດີໆຄືນກັບມາໃຫ້ເຈົ້າເລີຍ

5. ເພື່ອນທີ່ເຈົ້າຕ້ອງຄອຍເອົາໃຈ

ບາງຄັ້ງຄົນເຮົາກໍ່ຕ້ອງຮຽນຮູ້ທີ່ຈະເບິ່ງແຍງຕົວເອງກ່ອນທີ່ຈະສ້າງຄວາມ ສຳພັນອື່ນໆບໍ່ວ່າຈະເປັນຄວາມຮັກຫລືຫຍັງກໍ່ຕາມ ຫາກເຈົ້າຮັກເພື່ອນຫລາຍກວ່າ ຕົວເອງ ກໍ່ໄດ້ເວລາທີ່ຈະຕ້ອງທົບທວນຄວາມຄິດໃຫມ່ໄດ້ແລ້ວ ບາງຄັ້ງເພື່ອນເຈົ້າກໍ່ອາດມີບັນຫາ ແລະຕ້ອງການຄວາມຊ່ວຍເຫລືອ ຢ່າຖິ້ມເຂົາ ແຕ່ຖ້າເພື່ອນຄົນນີ້ຕ້ອງການຄວາມຊ່ວຍເຫລືອທຸກມື້ ມັນບໍ່ແມ່ນແລ້ວເດີ ວ່າບໍ?

6. ເພື່ອນຮ່ວມຫ້ອງຕາຍໆ

ມີຄວາມເຊື່ອມໂຍງກັນລະຫວ່າງ “ເຈົ້າເຂົ້າກັບເພື່ອນຮ່ວມຫ້ອງໄດ້ດີບໍ່” ກັບ ຫລາຍພຽງໃດທີ່ເຈົ້າຄິດຢາກຈະໂດດຫນ້າຜາຫາກເຈົ້າບໍ່ມັກຄົນທີ່ເຈົ້າຕ້ອງອາໄສຢູ່ນຳ ຊີວິດຂອງເຈົ້າກໍ່ອາດໜ້າເບື່ອໄປເລີຍກໍ່ໄດ້ ຈະເສຍເວລາກັບຄົນທີ່ບໍ່ເຄົາລົບເຈົ້າໄປເຮັດຫຍັງລະ ໄລ່ພວກເຂົາໄປເລີຍຢ່າໄປສົນໃຈ

7. ຄວາມຄິດເຫັນທີ່ດຶງເຈົ້າລົງຕ່ຳ

ຈະໄປສົນໃຈຄວາມຄິດເຫັນຂອງຄົນອື່ນທີ່ເຮັດເນື່ອງຈາກຄວາມຄິດເຫລົ່ານັ້ນບໍ່ມີເຫດຜົນ ແລະ ບໍ່ສຳຄັນຕໍ່ຊີວິດ ຂອງເຈົ້າເລີຍ ຢ່າປ່ອຍໃຫ້ຄວາມຄິດຂອງຄົນອື່ນມາມີ ອິດທິພົນ ຕໍ່ຕົວເຈົ້າ.

8. ຕົວຕົນເກົ່າໆຂອງເຈົ້າ

ໃຜບອກວ່າມະນຸດເຮົາມີພຽງ ເວີຊັ່ນດຽວ ໃນ 1 ປີເຮົາສາມາດອັບເດດຕົວເອງໄດ້ຫລາຍ ຄົນເຮົາມັກມີຫລາຍເວີຊັ່ນຢູ່ໃນຕົວເອງລວມໄປຮອດຄວາມຄິດທີ່ເຕີບໃຫ່ຍຂຶ້ນນຳພ້ອມ ດັ່ງນັ້ນຢ່າອາຍທີ່ຈະສະລັດຕົວຕົນເກົ່າໆຂອງຕົວເອງຖິ້ມໄປ

9. ເມືອງທີ່ພາຄວາມເປັນຕົວຕົນຂອງເຈົ້າຫາຍໄປ

ຫາກເມືອງນີ້ບໍ່ເຮັດໃຫ້ເຈົ້າມີຄວາມສຸກຫລືຕ້ອງສູນເສຍຄວາມເປັນຕົວຕົນຂອງເຈົ້າໄປ ກໍ່ຍັງມີອີກຕັ້ງຫລາຍລ້ານ ເມືອງ ໃນໂລກທີ່ຄອຍຖ້າເຈົ້າໄປໃຊ້ຊີວິດຢູ່ເດີ.

10. ອະນາຄົດທີ່ເຈົ້າບໍ່ຕ້ອງການ

ເຈົ້າມີສູດໜີຈາກຄວາມຝັນທີ່ບໍ່ແມ່ນເຈົ້າ ການປະຕິເສດຄວາມຝັນທີ່ຄົນອື່ນສ້າງໃຫ້ເຈົ້າບໍ່ແມ່ນເລື່ອງນ່າອາຍ ຮຽກໄດ້ວ່າເຈົ້າເຂັມແຂງແລະຊື່ສັດຕໍ່ຕົວເອງຫລາຍຂຶ້ນແລ້ວຕ່າງຫາກ.

11. ຄວາມລົ້ມເຫວທັ້ງປວງ

ເຈົ້າຄວນໜີໃຫ້ພົ້ນຈາກຄວາມລົ້ມເຫວ ຫາກເຮັດບໍ່ໄດ້ແລ້ວເຈົ້າພົບກັບຄວາມສຳເລັດໄດ້ຢ່າງໃດຝເກັບຄວາມລົ້ມເຫວໄວ້ໃນອະດິດກໍ່ພໍ ເຈົ້າຄວນຮຽນຮູ້ຈາກຄວາມລົ້ມເຫວແລະເຕີບໃຫ່ຍຈາກສິ່ງນັ້ນ ແລ້ວຄ່ອຍໂຍນມັນຖິ້ມໄປໃຫ້ໄກໆ.

12. ການປຽບທຽບ

ເປັນຫຍັງເຈົ້າ ຕ້ອງລະ ຖິ້ມຕົວເອງແລະແລ່ນເຂົ້າຫາຄົນອື່ນລະ ນັ້ນໝາຍເຖິງເຈົ້າກຳລັງ ຖອຍຫລັງລົງຄອງເດີ ເຈົ້າຄວນຄົ້ນຫາຕົວເອງໃຫ້ພົບ ຢ່າມົວແຕ່ຕາມ ຫາສິ່ງທີ່ເຈົ້າບໍ່ມີ ນີ້ຄືຕົວເຈົ້າບໍ່ມີສິ່ງໃດສາມາດປ່ຽນແປງໄດ້ຫລອດ ຍິ່ງເຈົ້າໜີຈາກການປຽບທຽບເຫລົ່ານັ້ນໄດ້ໄວພຽງໄດ້ ຜູ້ຄົນກໍ່ຈະຍິ່ງເລີ່ມຫັນມາປຽບທຽບຕົວເອງກັບເຈົ້າໄດ້ໄວເທົ່ານັ້ນ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button