ອ່ານເບິ່ງດວງລາຍວັນ ປະຈຳວັນທີ 31 ມັງກອນ 2021 ການງານ-ການເງິນ-ຄວາມຮັກ

ວັນຈັນ
ການງານ ຈະເຮັດຫຍັງໃນຊ່ວງນີ້ເປັນເງີນເປັນທອງໄປທຸກຢ່າງ ແຕ່ຕ້ອງລະວັງໃນເລື່ອງເອກະສານສັນຍາທີ່ຕ້ອງກວດເບິ່ງໃຫ້ຖີ່ຖ້ວນ
ການເງີນ ຫາເງີນໄດ້ຢ່າງຄ່ອງຕົວ ຫາໄດ້ຫລາຍກໍໃຊ້ອອກໄປຫລາຍ ແຕ່ກໍຈະໄດ້ເຂົ້າມາຕະຫຼອດ ຈາກຄວາມສາມາດຂອງຕົນເອງ
ຄວາມຮັກ ຍັງພິຈາລະນາໃນເລື່ອງເຫຼົ່ານີ້ຢູ່ ເພາະໃນເລື່ອງຄວາມຮູ້ສຶກ ກໍຍັງຕ້ອງການຄວາມເປັນອິດສະຫລະຢູ່

ວັນຄານ
ການງານ ຄວາມສະຫລາດຂອງເຈົ້າຊະຕາຈະນຳພາໂອກາດ ແລະຄວາມສຳເລັດມາສູ່ຕົນເອງ ທັງຫມົດເຖິງການກ້າທີ່ຈະປ່ຽນແປງກໍຈະມີສິ່ງດີໆ ເກີດຂຶ້ນ
ການເງີນ ມີໂຊກຈະໄດ້ເງີນຢ່າງບໍ່ທັນຄາດຝັນ ບໍ່ທັນຕັ້ງຕົວ ສ່ຽງໂຊກໄວ້ແແດ່ກໍຈະດີ ເພາະຈະໄດ້ເຂົ້າມາພໍໃຫ້ດີໃຈໄດ້
ຄວາມຮັກ ລົງຕົວທາງດ້ານຄວາມຮັກ ສຸກສົມຫວັງຢ່າງທີ່ເຈົ້າຊະຕາຄາດຫວັງມາດົນ

ວັນພຸດ
ການງານ ຈະເຮັດຫຍັງໃນຊ່ວງນີ້ເປັນເງີນເປັນທອງ ຄວາມພະຍາຍາມ ຄວາມສ້າງສັນ ແລະຄວາມອົດທົນຈະເຮັດໃຫ້ເກີດຄວາມກ້າວໜ້າ
ການເງີນ ຍັງຄົງຕ້ອງໃຊ້ຄວາມສຸຂຸມອ້ອມຄອບ ແລະວາງແຜນການໃຊ້ຈ່າຍຢ່າງລະວັງ
ຄວາມຮັກ ມີເລື່ອງວຸ້ນວາຍໃຈຢູ່ໃນເລື່ອງຂອງຄວາມຮັກ ຈຶ່ງຕ້ອງພະຍາຍາມໃຊ້ເຫດຜົນໃຫ້ຫລາຍກວ່າອາລົມ

ວັນພະຫັດ
ການງານ ຊ່ວງນີ້ຄວນມີທີ່ປຶກສາທີ່ດີ ເພາະຕ້ອງວາງແຜນໃນໄລຍະຍາວ ຈຶ່ງຈຳເປັນຕ້ອງພຶ່ງພາຄົົນທີ່ມີປະສົບການໃນການໃຫ້ຄຳແນະນຳ
ການເງີນ ຍັງກັງວົນໃຈເພາະມີຄວາມບໍ່ຊັດເຈນທາງດ້ານການເງີນ ຊຶ່ງຢາກຈະມີອິດສະຫລະໃນການໃຊ້ຈ່າຍທີ່ຫລາຍຂຶ້ນ
ຄວາມຮັກ ຍັງບໍ່ລົງຕົວໃນເລື່ອງຄວາມຮັກ ເພາະເຈົ້າຊະຕາຍັງບໍ່ໄດ້ຄຶດເຖິງໃນເລື່ອງເຫຼົ່ານີ້ ມີເລື່ອງອື່ນທີ່ຍັງຫ່ວງ ແລະຢາກເຮັດໃຫ້ສຳເລັດຫລາຍກວ່າ

ວັນສຸກ
ການງານ ມີຄວາມກັງວົນໃຈ ຫລືຢາກຈະປ່ຽນແປງໃນເລື່ອງ ຂອງການງານເຮັດໃນສິ່ງໃໝ່ໆ ທີ່ຕົນຖະນັດ
ການເງີນ ກັງວົນໃຈໃນການໃຊ້ຈ່າຍການໃຊ້ເງີນໃນຊ່ວງນີ້ ຈຶ່ງຕ້ອງກັບມາເບິ່ງໃນເລື່ອງຂອງການໃຊ້ເງີນຕ່າງໆ ວ່າສົມຄວນຈ່າຍຫລືບໍ່
ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະຍັງບໍ່ມີເວລາທຸ້ມເທໃນເລື່ອງຄວາມຮັກນັ້ນເອງ

ວັນເສົາ
ການງານ ການຕັດສິນໃຈໃນການເລີ່ມຕົ້ນໃໝ່ ຈະກໍ່ໃຫ້ເກີດການປ່ຽນແປງທີ່ດີຂຶ້ນກວ່າເດີມຫລາຍ
ການເງີນຕ້ອງຄວບຄຸມຄ່າໃຊ້ຈ່າຍ ແລະວາງແຜນການໃຊ້ເງີນຢ່າງສຸຂຸມອ້ອມຄອບໃຫ້ຫລາຍທີ່ສຸດ
ຄວາມຮັກ ມີເລື່ອງອື່ນທີ່ເຮັດໃຫ້ເປັນຫ່ວງຫລາຍກວ່າທີ່ຈະໃຫ້ຄວາມ ສົນໃຈໃນເລື່ອງຄວາມຮັກ ແມ່ນມີຄົນຍາກຈະເຂົ້າມາເຮັດຄວາມຮູ້ຈັກກໍຍັງເລືອກຄວາມສຳພັນກັນແບບໝູ່

ວັນອາທິດ
ການງານ ເມື່ອມີການເຮັດໃນສິ່ງໃໝ່ໆ ກໍຈະເປັນການເລີ່ມຕົ້ນທີ່ດີ ມີຄວາມກ້າວໜ້າຢ່າງບໍ່ໜ້າເຊື່ອ
ການເງີນ ມີໂຊກຈະໄດ້ເງີນເຂົ້າມາ ແມ່ນມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍຈະຫາເຂົ້າມາໄດ້ຕະຫຼອດ
ຄວາມຮັກ ໄລຍະະທາງຍັງເປັນອຸປະສັກລະຫວ່າງກັນໃນຊ່ວງນີ້ ຄວາມສຳພັນດ້ານຄວາມຮັກຈຶ່ງຍັງບໍ່ກ້າວໜ້າເທົ່າທີ່ຄວນຈະເປັນ
